ການທ່ອງທ່ຽວຫົວພັນ ບັນຍາກາດຄຶກຄື້ນຫຼັງສະໜາມບິນໜອງຄ້າງເລີ່ມໃຫ້ບໍລິການ

147

ເຂົ້າສູ່ປີ 2023 ແຂວງຫົວພັນໄດ້ເປີດນ່ານຟ້າຕ້ອນຮັບແຂກຄົນຈາກທຸກມຸມໂລກດ້ວຍການເປີດໃຫ້ສະໜາມບິນໜອງຄ້າງ ເຮັດໃຫ້ເປັນທາງເລືອກທີ່ສຳຄັນຂອງຫຼາຍຄົນທີ່ຢາກໄປຫົວພັນແຕ່ບໍ່ຢາກນັ່ງລົດຫຼາຍຊົ່ວໂມງ ຜົນປະກົດວ່າໃນ 4 ເດືອນມານີ້  ມີນັກທ່ອງທ່ຽວເດີນທາງໄປແຂວງຫົວພັນປະມານ 18 ພັນກວ່າຄົນ.

อาจเป็นรูปภาพของ ข้อความ

ທ່ານນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປັດຈຸບັນມີ 2 ສາຍການບິນທີ່ບໍລິການຖ້ຽວບິນຈາກນະຄອນຫລວງວຽງຈັນ-ຊໍາເໜືອ, ເຊິ່ງແຕ່ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການເປັນຈໍານວນຫຼາຍເຮັດໃຫ້ການທ່ອງທ່ຽວພາຍໃນແຂວງຫົວພັນຄຶກຄື້ນຂຶ້ນຫຼາຍເມື່ອທຽບໃສ່ເມື່ອກ່ອນ, ໃນນີ້ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ໄປເປັນຄອບຄົວ ແລະ ເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງມີໜ້ອຍ.

อาจเป็นรูปภาพของ 15 คน และ เฮลิคอปเตอร์

ນັບແຕ່ເປີດນໍາໃຊ້ສະໜາມດັ່ງກ່າວມາຮອດປັດຈຸບັນເຖິງວ່າຍັງບໍ່ທັນເກັບກໍາຕົວສະຖິຕິໄດ້ຢ່າງລະອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງຫຼັງຈາກເດີນທາງຮອດເມືອງຊໍາເໜືອແລ້ວ ນັກທ່ອງທ່ຽວໄດ້ເໝົາລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະ ບາງກຸ່ມເດີນທາງໄປທ່ຽວຕໍ່ທີ່ຫວຽດນາມ.

อาจเป็นรูปภาพของ ทะเลสาบ

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງຫົວພັນນັບມື້ເພີ່ມຂຶ້ນ, ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວພວມສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃນຫລາຍດ້ານ ເປັນຕົ້ນ: ກໍາລັງສະເໜີຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອພັດທະນາແຫຼ່ງທ່ອງທ່ຽວຫຼາຍແຫ່ງເປັນຕົ້ນຈຸດທີ່ເປັນຍຸດທະສາດຄື ພູຜາຖີ່ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບປະເທດໃກ້ຄຽງ, ຖໍ້າປະຫວັດສາດຢູ່ເມືອງວຽງໄຊ ແລະ ປັບປຸງທາງເຂົ້າສວນອຸທິຍານຫີນຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງທ່ຽວໃນໂອກາດງານດອກຄາຍປ່າ, ພ້ອມທັງປູກຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ສະໜາມບິນໜອງຄ້າງຫາເທດສະບານແຂວງ 1 ໝື່ນເບ້ຍເພື່ອຄວາມສວຍງາມແລະອື່ນໆ.

อาจเป็นรูปภาพของ หมอก, ต้นไม้, ถนน และ พื้นหญ้า

ສໍາລັບຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງຫົວພັນ ໃນໄລຍະ 4 ເດືອນ ນັບແຕ່ເດືອນ ມັງກອນ ຫາ ເດືອນເມສາຜ່ານມາ ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວແຂວງ ຫົວພັນປະມານ 18.800 ກວ່າຄົນ ໃນນີ້ ມີນັກທ່ອງທ່ຽວພາຍໃນ 7.200 ກວ່າຄົນ ແລະ ຕ່າງປະເທດ 11.600 ກວ່າຄົນ ເມື່ອທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ປະຕິບັດໄດ້ເກືອບ 71 ສ່ວນຮ້ອຍ, ສ້າງລາຍຮັບໃຫ້ໄດ້ 12,8 ຕື້ກວ່າລ້ານກີບ ເທົ່າກັບ 67 ກວ່າສ່ວນຮ້ອຍ, ຖ້າທຽບໃສ່ 4 ເດືອນຕົ້ນປີ 2022 ເພີ່ມຂຶ້ນຫລາຍກວ່າ 300 ສ່ວນຮ້ອຍ.

อาจเป็นรูปภาพของ 1 คน และ กำลังออกแคมป์

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດລາວ