ທ່ານລັດຖະມົນຕີ ກຊສ ລົງຊຸກຍູ້ວຽກງານການນຳໃຊ້ທີ່ດິນຢູ່ສະຫວັນນະເຂດ

63

ໃນລະຫວ່າງວັນທີ 14-16 ມິຖຸນາ ທີ່ຜ່ານມາ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ລົງຊຸກຍູ້ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ແຂວງສະຫວັນນະເຂດ  ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ (ກປ) ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານດັ່ງກ່າວ

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໂດຍທ່ານໄດ້ລົງຊຸກຍູ້ວຽກງານການຈັດສັນທີ່ດິນ ແລະ ການພື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ເມືອງນອງ ແຂວງສະຫວັນນະເຂດ ເຊິ່ງເປັນບ້ານ ທີ່ປະຊາຊົນ ໄດ້ຍົກຍ້າຍອອກມາຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ມາອາໄສຢູ່ໃນເຂດປ່າສະຫງວນດົງພູວຽງ ໃນປີ 2019 ເຊິ່ງເປັນເຂດທີ່ນອນໃນທີ່ດິນ 3 ປະເພດປ່າ. ໃນໂອກາດນີ້, ທາງຄະນະ ກໍໄດ້ຮັບຟັງການລາຍງານສະພາບ ການດຳລົງຊີວິດ ແລະ ການທຳການຜະລິດ ຢູ່ໃນບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ເຊິ່ງໄດ້ຮູ້ວ່າ ມີພົນລະເມືອງທັງໝົດ 772 ຄົນ ຍິງ 380 ຄົນ, ມີ 108 ຄອບຄົວ, ມີ 98 ຫຼັງຄາເຮືອນ ເປັນຊົນເຜົ່າມັງກອງ, ປະຊາຊົນສ່ວນຫຼາຍເຊື່ອຖືຜີ ແລະ ອາຊີບຕົ້ນຕໍແມ່ນເຮັດໄຮ່, ສວນມັນຕົ້ນ ແລະ ເຮັດນາ.

อาจเป็นรูปภาพของ 10 คน และ ตาราง

ໃນໂອກາດນີ້, ການນຳຈາກກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ກະຊວງກະສິກຳ ແລະປ່າໄມ້ຕ່າງກໍມີທິດຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຈັດສັນທີ່ດິນເພື່ອທຳການຜະລິດ ແລະ ວຽກງານອື່ນໆ ໃຫ້ສຳເລັດ ເພື່ອໃຫ້ ປະຊາຊົນ ສາມາດຟື້ນຟູຊີວິດການເປັນຢູ່ໂດຍໄວ ແນໃສ່ສ້າງປະຊາຊົນ ໃຫ້ກາຍເປັນຄອບຄົວພົ້ນທຸກ ແລະ ບ້ານພົ້ນທຸກ ເທື່ອລະກ້າວ.

อาจเป็นรูปภาพของ 13 คน

ພ້ອມກັນນັ້ນ ກໍໄດ້ຮັບຊາບສະພາບການດຳລົງຊີວິດ ແລະ ອາໄສ ຢູ່ໃນເຂດທີ່ດິນປ່າໄມ້ ແລະ ຈະໄດ້ນຳໄປຄົ້ນຄວ້າ ແລະ ລາຍງານ ການນຳແຂວງ ແລະ ສູນກາງ ເພື່ອໃຫ້ສາມາດຮັບຮູ້ສິດ ການນຳໃຊ້ທີ່ດິນຂອງປະຊາຊົນໃນເຂດດັ່ງກ່າວ.

อาจเป็นรูปภาพของ 8 คน

ໃນວັນຕໍ່ມາ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ລົງໄປຊຸກຍູ້ ຕິດຕາມ ການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ໃຫ້ກັບປະຊາຊົນ ບ້ານສົມສະອາດ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ ເຊິ່ງເປັນບ້ານເປົ້າໝາຍໂຄງການ ສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ. ເຊິ່ງທ່ານລັດຖະມົນຕີ ກໍ່ໄດ້ຮັບການຕ້ອນຮັບໂດຍ ທ່ານ ຮອງເຈົ້າເມືອງໄຊພູທອງ ແລະ ອຳນາດການປົກຄອງບ້ານ. ໂອກາດນີ້ ທ່ານ ນາຍບ້ານ ກໍໄດ້ການລາຍງານຄວາມຄືບໜ້າ ການຂຶ້ນທະບຽນອອກໃບຕາດິນ ພາຍໃນບ້ານ ໃຫ້ຮູ້ວ່າ: ພາຍໃນບ້ານ ແມ່ນມີດິນປຸກສ້າງ 212 ຕອນ ແລະ ດິນກະສິກຳ 237 ຕອນ ມີເນື້ອທີ່ ປະມານ 3000 ເຮັກຕາ ສຳລັບດິນປຸກສ້າງ ແມ່ນໄດ້ຂຶ້ນທະບຽນອອກໃບຕາດິນສຳເລັດແລ້ວ ຍັງເຫຼືອແຕ່ດິນກະສິກຳທີ່ຍັງບໍ່ທັນໄດ້ຂຶ້ນທະບຽນອອກໃບຕາດິນ ມາເຖິງປະຈຸບັນນີ້ ແມ່ນ ໄດ້ສຳເລັດການສຳຫຼວດວັດແທກແລ້ວ 80 ຕອນ ເຊິ່ງມີເນື້ອທີ່ປະມານ 220 ເຮັກຕາ.

อาจเป็นรูปภาพของ 9 คน, ผู้คนกำลังอ่านหนังสือ, ต้นไม้ และ ข้อความ

ຫຼັງຈາກນັ້ນ ທ່ານ ລັດຖະມົນຕີ ກໍ່ໄດ້ໃຫ້ຊີ້ນຳ ວຽກງານການຂຶ້ນທະບຽນອອກໃບຕາດິນຂັ້ນບ້ານ ໂດຍໄດ້ຍ້ອງຍໍຊົມເຊີຍ ອຳນາດການປົກຄອງບ້ານ ແລະ ເມືອງ ທີ່ໄດ້ ເອົາໃຈໃສ່ຊີ້ນຳ ແລະ ອຳນວຍຄວາມສະດວກ ໃຫ້ ຫ້ອງການ ຊສ ເມືອງໄຊພູທອງ ໄດ້ດຳເນີນວຽກງານຂຶ້ນທະບຽນອອກໃບຕາດິນ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ນອກຈາກນັ້ນ, ທ່ານລັດຖະມົນຕີ ກໍ່ຍັງໄດ້ຊີ້ນຳ ໃຫ້ມີການປະສານສົມທົບ ກັບ ຂະແໜງການກະສິກຳ ເພື່ອດຳເນີນການຈັດສັນທີ່ດິນກະສິກຳ ແລະ ດິນປ່າໄມ້ໄປພ້ອມໆ ກັບການຂຶ້ນທະບຽນອອກໃບຕາດິນ ໃນຂັ້ນບ້ານໃຫ້ສຳເລັດ ທັງເປັນການປະຢັດງົບປະມານ ແລະ ຮັບປະກັນຄວາມສອດຄ່ອງກົມກຽວກັນ ລະຫວ່າງຂະແໜງການອີກດ້ວຍ.

อาจเป็นรูปภาพของ 15 คน