ທຸ່ມທຶນ 2,6 ຕື້ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີຢູ່ຄຳມ່ວນ

76

ໂຄງການກໍ່ສ້າງສາງເກັບຂອງກາງຄະດີຢູ່ແຂວງຄຳມ່ວນໄດ້ສຳເລັດ ພ້ອມມີພິທີເປີດການນໍາໃຊ້ຢ່າງເປັນທາງການໃນ ວັນທີ 17 ມິຖຸນາ 2023 ທີ່ຜ່ານມາ ຢູ່ທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມດ້ວຍຄະນະ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ພົຈວ ທອງສຸກ ຍາເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພອນປະເສີດ ທໍາມະວົງສາ ປະທານບໍລິສັດ PPST ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈໍາກັດຜູ້ດຽວ, ແລະ ພາກສ່ວນທີ່ກ່ຽວອື່ນຂ້ອງເຂົ້າຮ່ວມ.

ອາດເປັນຮູບພາບຂອງ 11 ຄົນ, ເວທີ ແລະ ຂໍ້ຄວາມ

ທ່ານ ພອນປະເສີດ ທໍາມະວົງສາ ປະທານບໍລິສັດ PPST ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈໍາກັດຜູ້ດຽວ ຜູ້ຮັບເໝົາໄດ້ກ່າວວ່າ: ບໍລິສັດຂອງຕົນແມ່ນໄດ້ຊະນະການປະມູນໂຄງການກໍ່ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີຂອງແຂວງຄໍາມ່ວນເຊິ່ງມີຂະໜາດກວ້າງ 30 ແມັດ, ຍາວ 40 ແມັດ, ແບ່ງອອກເປັນ 02 ຫ້ອງ.

ອາດເປັນຮູບພາບຂອງ 1 ຄົນ, ດອກໄມ້ ແລະ ເວທີ

ໃນນີ້ມີຫ້ອງນິລະໄພຂະໜາດ 05 ແມັດ x 05 ແມັດ ຈໍານວນ 02 ຫ້ອງ ແລະ ມີຫ້ອງເກັບເຄື່ອງສ້ອມແປງບົວລະບັດຮັກສາຂະໜາດ 03 ແມັດ x 05 ແມັດ ຈໍານວນ 01 ຫ້ອງ, ສໍາລັບໂຄງສ້າງຂອງອາຄານແມ່ນເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍອາລູຊິ້ງ, ແອ້ມດ້ວຍຝາກໍ່ເບຕົງສູງ 1,5 ແມັດ ແລະ ຕາໜ່າງຕາໝາກກອກສູງ 2,5 ແມັດ.

ไม่มีคำอธิบาย

ເຊິ່ງທາງບໍລິສັດໄດ້ເຊັນສັນຍາຮັບເໝົາກໍ່ສ້າງໃນມູນຄ່າ 2,66 ຕື້ກີບ ເຊິ່ງໄດ້ດໍາເນີນການກໍ່ສ້າງນັບແຕ່ວັນທີ 26 ຕຸລາ 2022 ຈົນມາຮອດວັນທີ 15 ມິຖຸນາ 2023 ລວມໄລຍະເວລາການກໍ່ສ້າງ 07 ເດືອນກວ່າແມ່ນໄດ້ສໍາເລັດສົມບຸນ. ການກໍ່ສ້າງແມ່ນໄດ້ປະຕິບັດຕາມແບບ ແລະ ບົດຄິດໄລ່ທຸກປະການ, ແຕ່ລະໄລຍະວິຊາການຂອງບໍລິສັດ ແລະ ວິຊາການຂອງເຈົ້າຂອງໂຄງການແມ່ນໄດ້ຕິດຕາມ ແລະ ກວດກາຢ່າງເປັນປະຈໍາເຮັດໃຫ້ການກໍ່ສ້າງໄດ້ດໍາເນີນໄປຕາມແຜນການທີ່ກໍານົດໄວ້. ພ້ອມດຽວກັນນີ້ທາງບໍລິສັດຂອງພວກເຮົາກໍ່ຍິນດີເຮັດເພດານຫ້ອງເກັບເຄື່ອງສ້ອມແປງບົວລະບັດຮັກສາຂະໜາດ 03 ແມັດ x 05 ແມັດ ໃຫ້ຕື່ມທີີ່ຢູ່ນອກການອອກແບບໃນເບື້ອງຕົ້ນ.

ອາດເປັນຮູບພາບຂອງ 1 ຄົນ, ດອກໄມ້, ເວທີ ແລະ ຂໍ້ຄວາມ

ຫຼັງຈາກນັ້ນທ່ານກໍ່ໄດ້ກ່າວມອບ ໂຄງການກໍ່ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີຂອງແຂວງຄໍາມ່ວນ ດັ່ງກ່າວນີ້ໃຫ້ເຈົ້າຂອງໂຄງການໄດ້ນໍາໃຊ້ຕາມຈຸດປະສົງຕໍ່ໄປ ແລະ ໄດ້ກ່າວຮັບໂດຍ ທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ

ໂດຍ: ຂ່າວສານຄຳມ່ວນ