ຍີ່ປຸ່ນ ກຽມເປີດຖ້ຽວບິນ ລະຫວ່າງ ແຂວງວາຄາຢາມະ – ຫວຽດນາມ

24

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ເມື່ອວັນທີ 13 ມິຖຸນາຜ່າານມາ, ອົງການປົກຄອງແຂວງວາຄາຢາມະ ( Wakayama ) ປະເທດຍີ່ປຸ່ນ ຈະເປີດເສັ້ນທາງການບິນລະ ຫວ່າງປະເທດທີ່ເຊື່ອມຕໍ່ກັບສະໜາມບິນ ນັນກິ ຊິຣາຮາມະ ( Nanki Shirahama ) ກັບ ນະຄອນຫຼວງຮາໂນ້ຍ ແລະ ແຂວງດານັງ ຂອງຫວຽດນາມ ນັບຕັ້ງແຕ່ເດືອນກໍລະກົດ 2023 ເປັນຕົ້ນໄປ.

ນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງສອງປະເທດ ທີ່ໄດ້ເພີ່ມເສັ້ນທາງການບິນ ຫຼັງຈາກທີ່ສະໜາມບິນນັນກິ ຊິຣາຮາມະ ໄດ້ຢຸດສະງັກ ເນື່ອງຈາກໂຄວິດ – 19.

ທ່ານ ຊຸເຮ ຄິຊິໂມໂຕະ ຜູ້ວ່າຣາຊະການແຂວງວາຄາຢາມະ ໄດ້ກ່າວໃນກອງປະຊຸມສະພາແຂວງ ເມື່ອວັນທີ 13 ມິຖຸນາ ວ່າ ຖ້ຽວບິນທໍາອິດຈະບິນໄປ – ກັບ 2 ຖ້ຽວໃນວັນທີ 26 ແລະ 30 ກໍລະກົດ, ສ່ວນເຮືອບິນທີ່ຈະໃຊ້ໃນການບິນ ແມ່ນ ແອບັສ 320 ທີ່ມີ 140 ບ່ອນນັ່ງ ເຊິ່ງຄາດວ່າຈະນໍາຄະນະຜູ້ແທນ ແລະ ຜູ້ໂດຍສານຈາກແຂວງວາຄາຢາມະ ໄປທ່ຽວຊົມທ້ອງຖິ່ນໃນຫວຽດນາມ ແລະ ຕ້ອນຮັບນັກທ່ອງທ່ຽວຈາກຫວຽດນາມ ມາສູ່ແຂວງວາຄາຢາມະ. ນອກນີ້, ຍັງມີກຸ່ມນັກຮຽນລະດັບມັດທະຍົມສຶກສາຕອນປາຍ ຈາກທັງສອງປະເທດເຂົ້າຮ່ວມກິດຈະກຳແລກປ່ຽນເຍົາວະຊົນອີກດ້ວຍ.

ລາຍງານຍັງໄດ້ໃຫ້ຮູ້ວ່າ: ຫຼັງຈາກທີ່ລັດຖະບານຍີ່ປຸ່ນ ຫຼຸດຜ່ອນມາດຕະການຄວບຄຸມໂຄວິດ – 19 ຊາຍແດນ ຕັ້ງແຕ່ເດືອນຕຸລາ ປີຜ່ານມາ, ແຂວງວາຄາຢາມະ ໄດ້ຈັດສັນງົບປະມານທ້ອງຖິ່ນ ຈໍານວນ 21 ລ້ານເຢນ ຫຼື ປະມານ 150.000 ໂດລາ ເພື່ອສົ່ງເສີມການປະຊາສຳພັນຖ້ຽວບິນ ເພື່ອຈະເຊື່ອມຕໍ່ລະຫວ່າງປະເທດ.