ທ່າຝຣັ່ງວັງສີຄາມ ສະຖານທີ່ນີ້ຍາມໃດກໍ່ຂຽວງາມສົດໃສຊວນໃຫ້ໄປ

70

ຖ້າບໍ່ຢູ່ໄກເຖິງທ່າແຂກ ສະຖານທີ່ນີ້ຄົງເປັນເປົ້າໝາຍປາຍທາງຂອງຫຼາຍຄົນທີ່ມື້ພັກຕ້ອງແວ່ໄປພັກໃຈ ແຕ່ເຖິງຈະຢູ່ໄກກໍ່ຢ່າລືມໃຜໄດໄປຮອດຄຳມ່ວນຕ້ອງໄປຊົມໃຫ້ໄດ້ ເຊື່ອວ່າໄດ້ໄປແລ້ວມີຄວາມສຸກກາຍສະບາຍໃຈຢ່າງແນ່ນອນ.

May be an image of lake

ທ່າຝຣັ່ງວັງສີຄາມ ແມ່ນວັງນໍ້າແຫ່ງໜຶ່ງໃນສາຍນໍ້າໂດນ ຊຶ່ງນອນຢູ່ໃນເຂດບ້ານສອງຄອນ ກັບບ້ານທອກ, ຫ່າງຈາກຕົວເມືອງທ່າແຂກປະມານ 18 ກິໂລແມັດ. ທ່າຝຣັ່ງແມ່ນເອີ້ນຕາມຊາວບ້ານມາແຕ່ສະໄໝຝຣັ່ງມາປົກຄອງລາວ, ເພາະວັງນໍ້ານີ້ຝຣັ່ງມັກພາຄອບຄົວໄປອາບນໍ້າ ແລະ ພັກຜ່ອນ.

May be an image of lake

ທ່າຝຣັ່ງເປັນວັງນໍ້າເລິກ, ບາງບ່ອນກໍ່ມີກ້ອນຫີນພົ້ນຈາກໜ້ານໍ້າທີ່ມີສີຟ້າໃຫ້ພວກເຮົາໄດ້ເຫັນ ໂດຍຕັ້ງຢູ່ລະຫວ່າງກາງຂອງພູຜາ 3 ໜ່ວຍ, ສອງໜ່ວຍຈະຢູ່ທັງສອງຂ້າງ ແລະ ອີກໜຶ່ງໜ່ວຍຈະຢູ່ກາງ, ໜຶ່ງໃນພູຜາ 3 ໜ່ວຍນີ້ມີຊື່ວ່າພູມ່ວງ ( ເວລາຍ່າງເຂົ້າບ້ານທອກຢູ່ຟາກນໍ້າເບື້ອງຊ້າຍ ) ທີ່ໃນສະໄໝກ່ອນອາເມຣິກາ ເຄີຍໃຊ້ເປັນປ້ອມສອດແນມການເຄື່ອນຍ້າຍກຳລັງຂອງກອງທັບປະຊາຊົນລາວໂດຍສະເພາະ ແມ່ນການເຄື່ອນທັບເຂົ້າເພື່ອປົດປ່ອຍຕົວເມືອງທ່າແຂກ. ເພາະພູໜ່ວຍນີ້ເມື່ອຂຶ້ນໄປແລ້ວຈະສາມາດແນມເຫັນຕົວເມືອງທ່າແຂກໄດ້ຢ່າງທົ່ວເຖິງ.

May be an image of body of water and mountain
ທ່າຝຣັ່ງແຫ່ງນີ້ແມ່ນໄດ້ຮັບການພັດທະນາໂດຍບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວຈໍາກັດ ແລະ ໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 18 ທັນວາ 2018 ເຊິ່ງໄດ້ມີຫຼາຍກິດຈະກຳໃຫ້ທ່ານໄດ້ສຳພັດໃນເວລາມາທ່ຽວ ໂດຍໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ແວະມາຢ້ຽມຢາມ ສະຖານທີ່ແຫ່ງນີ້ບໍ່ໄດ້ຂາດສາຍ ໄດ້ກາຍເປັນສະຖານທີ່່ສໍາລັບພັກຜ່ອນຍ່ອນໃຈໃນມື້ພັກ ວັນເສົາ-ອາທິດ ແລະ ວັນເທສະການຕ່າງໆ.

No photo description available.