ລັດຖະບານຍີ່ປຸ່ນ ອະນຸຍາດໃຫ້ 7 ບໍລິສັດ ປັບຂຶ້ນລາຄາໄຟຟ້າ

98

ເວັບໄຊຂ່າວຂອງ Vtv.vn ລາຍງານວ່າ: ລັດຖະບານຍີ່ປຸ່ນ ໄດ້ອະນຸມັດຂໍ້ສະເໜີຂຶ້ນລາຄາໄຟຟ້າຂອງ 7 ບໍລິສັດໄຟຟ້າລາຍ  ໃຫຍ່ຂອງຍີ່ປຸ່ນ ເຊິ່ງບໍລິສັດເຫຼົ່ານີ້ ສາມາດຂຶ້ນລາຄາໄຟຟ້າໄດ້ຕັ້ງແຕ່ວັນທີ 1 ມິຖຸນາ 2023 ເປັນຕົ້ນໄປ.

ຕາມການລາຍງານຂອງສຳນັກຂ່າວ Jiji ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ ລະບຸວ່າ: ບໍລິສັດໄຟຟ້າລາຍໃຫຍ່ 7 ແຫ່ງຂອງຍີ່ປຸ່ນ ຈະຂຶ້ນລາຄາໄຟຟ້າໃນເດືອນມິຖຸນານີ້ ເຊິ່ງຈະຂຶ້ນໃນພາກຄົວເຮືອນຈາກ 800 – 2.700 ເຢນ/ຄົວເຮືອນ. ສະເພາະທີ່ເຫຼືອອີກ 3 ແຫ່ງ ໄດ້ແກ່ Chubu ( ຢູ່ໃນພາກກາງ ), Kansai ( ຢູ່ໃນພື້ນທີ່ໂອສະກ້າ ) ແລະ Kyushu ( ໃນພາກໃຕ້ ) ເທົ່ານັ້ນທີ່ຍັງຮັກສາລາຄາໄວ້ເທົ່າເກົ່າ ຫຼື ຫຼຸດລົງເລັກໜ້ອຍ.

ດັ່ງນັ້ນ, ບໍລິສັດໄຟຟ້າລາຍໃຫຍ່ຂອງຍີ່ປຸ່ນ 10 ແຫ່ງ ແມ່ນມີ 7 ບໍລິສັດທີ່ຂຶ້ນລາຄາ ແລະ 3 ບໍລິສັດທີ່ບໍ່ຂຶ້ນລາຄາ ຫຼື ຫຼຸດລາຄາ ເຊິ່ງຜູ້ຊ່ຽວຊານລະບຸວ່າ ມີສາເຫດມາຈາກຄວາມແຕກຕ່າງຂອງໂຮງງານໄຟຟ້ານິວເຄລຍ.

ຂະນະທີ່ໜັງສືພິມ Mainichi ໄດ້ຍົກຄໍາກ່າວຂອງ ທ່ານ Ikebe Kazuhiro ປະທານສະຫະພັນພະລັງງານໄຟຟ້າແຫ່ງຊາດຍີ່ປຸ່ນ ໃຫ້ຮູ້ວ່າ: ບໍລິສັດໄຟຟ້າ Kyushu, Kansai ມີໂຮງໄຟຟ້ານິວເຄລຍ ດຳເນີນການຢູ່ ຈຶ່ງບໍ່ໄດ້ຂຶ້ນລາຄາ, ສ່ວນບໍລິສັດອື່ນໃຊ້ເຊື້ອໄຟຟອສຊິວ ທີ່ມີລາຄາສູງ ເຊັ່ນ: ຖ່ານຫີນ ແລະ ແກ໊ສທຳມະຊາດແຫຼວ ( LNG ).

ລາຄາໄຟຟ້າໄດ້ເພີ່ມຂຶ້ນ ບໍ່ສະເພາະໃນຍີ່ປຸ່ນເທົ່ານັ້ນ ແຕ່ຍັງລວມຖິງປະເທດອື່ນໆ ເນື່ອງຈາກລາຄາຂອງແຫຼ່ງເຊື້ອໄຟທົ່ວໂລກເພີ່ມສູງຂຶ້ນ.

ການເພີ່ມຂຶ້ນຂອງລາຄາໄຟຟ້າ ໄດ້ເພີ່ມພາລະໃຫ້ກັບປະຊາຊົນໃນບໍລິບົດຂອງລາຄາອາຫານ ແລະ ສິນຄ້າອຸປະໂພກ – ບໍລິໂພກອື່ນໆທີ່ສູງຂຶ້ນ. ດັ່ງນັ້ນ, ເພື່ອຫຼຸດແຮງກົດດັນລັດຖະບານຍີ່ປຸ່ນ ໄດ້ຕົກລົງກ່ຽວກັບມາດຕະການສະໜັບສະໜູນ ແລະ ສົ່ງເສີມການພັດທະນາແຫຼ່ງພະລັງງານໃໝ່ ແລະ ພະລັງງານທົດແທນ ເຊິ່ງເປັນຄວາມຄິດລິເລີ່ມສຳລັບແຫຼ່ງກະຈາຍໄຟຟ້າໃນປະເທດ.