ຈີນເປີດໂຄງການ “ ຫາງານ 100 ວັນ ” ຊ່ວຍບັນດິດຈົບໃໝ່

68

ສຳນັກຂ່າວ ຊິນຫົວ ລາຍງານ: ວ່າເມື່ອວັນທີ 6 ມິຖຸນາຜ່ານມາ ກະຊວງຊັບພະຍາກອນມະນຸດ ແລະ ຄວາມໝັ້ນຄົງທາງສັງຄົມຂອງຈີນ ເປີດໂຄງການຈັດຫາງານໄລຍະເວລາ 100 ວັນ ເພື່ອຊ່ວຍເຫຼືອບັນດິດຈົບໃໝ່ ໃຫ້ມີວຽກເຮັດງານທໍາ ໂດຍຕັ້ງເປົ້າໝາຍຈະມອບໂອກາດການໄດ້ງານຫຼາຍກວ່າ 10 ລ້ານຕໍາແໜ່ງ.

ໂຄງການດັ່ງກ່າວ ຈະເນັ້ນໄປທີ່ຕໍາແໜ່ງງານ ເຊິ່ງເປັນທີ່ຕ້ອງການຫຼາຍທີ່ສຸດໃນອຸດສາຫະກຳສຳຄັນຕ່າງໆ ເຊັ່ນ: ເພສັດຕະ ກຳ, ເຕັກໂນໂລຊີຂໍ້ມູນຂ່າວ ສານ – ການຜະລິດຂັ້ນສູງ ແລະ ການປົກປ້ອງສິ່ງແວດລ້ອມ; ອີກທັງຈະຊຸກຍູ້ມະຫະກຳຈັດຫາງານສະເພາະໃນທ້ອງຖິ່ນທີ່ມີບັນດິດຈົບໃໝ່ຈໍານວນຫຼາຍ ແລະ ມີຄວາມຕ້ອງການມີວຽກເຮັດງານທໍາສູງ.

ກະຊວງຊັບພະຍາກອນມະນຸດ ແລະ ຄວາມໝັ້ນຄົງທາງສັງຄົມຂອງຈີນ ໄດ້ລະບຸວ່າ: ຈະມີຮູບແບບອອນລາຍທີ່ຫຼາກຫຼາຍ ເພື່ອເຜີຍແຜ່ຂໍ້ມູນການຈັດຫາງານແບບເວລາສັ້ນໆ ແລະ ຈັດການຖ່າຍທອດສົດມະຫະກຳຈັດຫາງານ ຜ່ານການມີສ່ວນຮ່ວມຂອງຜູ້ບໍລິການຈັດຫາງານ, ສະມາຄົມອຸດສາຫະກຳ ແລະ ບໍລິສັດຕ່າງໆ.

ກ່ອນໜ້ານີ້, ກໍມີຂໍ້ມູນຈາກຈີນ ທີ່ໄດ້ລະບຸວ່າ: ຈີນ ຈະມີບັນດິດຈົບໃໝ່ສູງເປັນປະຫວັດການເຖິງ 11,58 ລ້ານຄົນ ໃນປີ 2023.