ປົ່ນກົບ ແບບບໍ່ກຸຍບໍ່ຄາວ ແຊບໆ

204

ປົ່ນກົບ ເປັນເມນູອາຫານພື້ນເມືອງ ທີ່ຄົນລາວນິຍົມເຮັດກິນ ແລະ ກິນຍາມໃດກໍແຊບຍາມນັ້ນ ເຊິ່ງປົ່ນກົບສາມາດເຮັດແບບເປັນຕ່ອນ ຫຼື ຕຳເປັນໂຕກໍໄດ້. ແຕ່ມື້ນີ້ເຮົາຈະມາແນະນຳປົ່ນກົບແບບຕຳເປັນໂຕມຸ່ນ ມານຳສະເໜີ.

▶ ສ່ວນປະກອບ: ກົບຄົວລ້າງສະອາດ, ນໍ້າສະອາດ, ໝາກເຂືອ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມບົ່ວ, ຫອມປ້ອມ, ຫົວສີໃຄ: ນໍ້າປາ ຫຼື ປາແດກ, ເກືອ, ແປ້ງນົວ, ຈະໃສ່ຜັກແພວ, ຫອມເປ ຫຼື ໃບຂີງອ່ອນນຳກໍໄດ້ ( ລ້າງຫອມທຸກຢ່າງໃຫ້ສະອາດ ).

▶ ຂັ້ນຕອນການເຮັດ: ກ່ອນອື່ນຄ້າງໝໍ້ຕົ້ມນໍ້າໃຫ້ຟົດແລ້ວເອົາກົບລົງໄປປະມານ 1 ນາທີ ໃຫ້ເມືອກເປັນສີຂາວແລ້ວນຳໄປລ້າງເອົາເມືອກຂາວນັ້ນອອກ ແລ້ວລ້າງໝໍ້ແລ້ວຕົ້ມນໍ້າໃໝ່ອີກຄັ້ງ ແລ້ວທຸບຫົວສີໃຄ, ຫົວຜັກທຽມ 1 – 2 ກີບ, ຫົວຜັກບົ່ວ 1 – 2 ຫົວ, ເກືອ, ແປ້ງນົວ, ຕົ້ມລົງໄປ ( ເພື່ອບໍ່ໃຫ້ຄາວ ) ໃຫ້ນໍ້າຟົດແລ້ວຈຶ່ງນໍາກົບໄປຕົ້ມອີກຄັ້ງ ( ຕົ້ມຈົນສຸກດີ ) ຖ້າຈະໃສ່ປາແດກແມ່ນໃສ່ຕອນນໍ້າຟົດກົບສຸກ ( ຖ້າບໍ່ກິນປາແດກກໍບໍ່ຕ້ອງໃສ່ ) ແລ້ວຈຶ່ງປົງໄວ້.

ຈາກນັ້ນ, ກໍຈີ່ໝາກເຂືອ, ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມໃຫ້ສຸກ ນໍາມາປອກເປືອກແລ້ວນໍາໄປຕຳໃຫ້ລະອຽດ ຈຶ່ງນຳກົບທີ່ຕົ້ມລົງໄປບໍ່ຕ້ອງຕຳລະອຽດ ເພາະກະດູກກົບຈະແຕກ, ຈາກນັ້ນກໍເອົານໍ້າທີ່ຕົ້ມກົບຖອກລົງໄປຄົນ ພ້ອມປຸງລົດຊາດຕາມໃຈມັກ ໂດຍໃສ່ນໍ້າປາ ຖ້າພໍດີແລ້ວກໍໃຫ້ຊອຍຫອມລົງໄປຄົນແລ້ວ ຕັກໃສ່ຖ້ວຍພ້ອມເສີບໄດ້.
[ ໂດຍ: ນົກແຕນແວນ ]