ຊົມເຊີຍ ສາວໂກນບານລາວ ຊະນະ ມາເລເຊຍ ເຂົ້າຊີງຫຼຽນຄຳ ພົບແຊັມເກົ່າ ໃນອາຊຽນພາຣາເກມ

115

ຫຍັບເຂົ້າໃກ້ຫຼຽນຄໍາອີກກ້າວດຽວເທົ່ານັ້ນສໍາລັບ ສາວນັກກິລາໂກນບານທີມຊາດລາວ ຫຼື ສາວຄົນພິການຕາລາວ ເມື່ອສາມາດເອົາຊະນະ ນັກກິລາຄົນພິການຕາ ມາເລເຊຍ ດ້ວຍຄະແນນ 2-0 ປະຕູ ຜ່ານເຂົ້າຊິງຫຼຽນຄຳ ພົບ ໄທ ໃນມື້ອື່ນ 8 ມິຖຸນາ 2023 ເວລາ 13:00 ໂມງ ໃນການແຂ່ງຂັນກິລາໂກນບານອາຊຽນ ພາຣາເກມ 2023ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ.

ການແຂ່ງຂັນກິລາໂກນບານຍິງ ອາຊຽນພາຣາເກມ ປີນີ້ ມີການຊີງໄຊທັງໝົດ 2 ຫຼຽນຄຳ ຈາກປະເພດທີມຍິງ ແລະ ທີມຊາຍ ທັງສອງລາຍການດັ່ງກ່າວ ກຳນົດເວລາແຂ່ງຂັນ ຕັ້ງລະ 12 ນາທີ ແຂ່ງຂັນ 2 ຕັ້ງ ທຸກໆທີ່ບານອອກຂ້າງ ເວລາຈະຢຸດການແຂ່ງຂັນທັນທີ່ ສຳລັບ ສປປ ລາວ ແມ່ນໄດ້ສົ່ງພຽງປະເພດທີມຍິງເຂົ້າຮ່ວມແຂ່ງຂັນ ປະກອບມີນັກກິລາຈາກ 5 ຊາດເຂົ້າຮ່ວມ ການແຂ່ງຂັນແມ່ນພົບກັນໝົດຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດອັນດັບທີ 1 ໄປພົບກັບ ອັຍດັບທີ 4 ແລະ ອັນດັບທີ 2 ພົບກັັນດັບບ ທີ 3 ໂດຍ 5 ຊາດເຂົ້າຮ່ວມ ປະກອບມີ ລາວ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຟິລິບປິນ.

ຜ່ານການແຂ່ງຂັນ ຜົນປະກົດວ່າ ລາວ ລົງແຂ່ງຂັນ 4 ນັດ ໃນຮອບຄັດເລືອກຊະນະ 2 ນັດ ແລະ ເສຍ 2 ນັດ ກໍຄື ນັດທີ 1 ລາວ ເສຍ ມາເລເຊຍ 8-6 ປະຕູ, ນັດທີ 2 ລາວ ຊະນະ ອິນໂດເນເຊຍ 6-0, ນັດທີ 3 ລາວ ເສຍໃຫ້ ໄທ 6-1 ແລະ ນັດສຸດທ້າຍ ລາວ ຊະນະ ຟິລິບປິນ 9-5 ຜ່ານເຂົ້າຮອບຮອງຊະນະເລີດ ໃນນາມທີມອັນດັບທີ 3 ກ່ອນຈະໂຊຟອມເກັ່ງ ໄລ່ເອົາ ຊະນະ ມາເລເຊຍ 2-0 ປະຕູ ໄດ້ຜ່ານເຂົ້າຊີງຫຼຽນຄຳ ພົບກັບ ໄທ ໃນວັນທີ 8 ມິຖຸນາ 2023 ໃນເວລາ 13:00 ໂມງເປັນຕົ້ນໄປ.
ໂດຍ: ສົງການ ພັນແພງດີ ລາຍງານຈາກກໍາປູເຈຍ