BCEL ຈັດງານເທດສະການທ່ອງທ່ຽວ BCEL-VISA “ບັດດຽວທ່ຽວໃສກະໄດ້”

61

ເພື່ອສົ່ງເສີມອຸດສາຫະກຳການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ດ້ວຍການສົ່ງເສີມການທ່ອງທ່ຽວຮູບແບບການຊໍາລະທີ່ໄຮ້ເງິນສົດ ສະດວກ ແລະ ປອດໄພ ຫຼາຍຂຶ້ນ ໂດຍການຊໍາລະຜ່ານບັດ ວີຊ່າ (VISA) Travel Festival by BCEL-VISA ພາຍໃຕ້ຄໍາຂວັນ “Everywhere you want to be ບັດດຽວທ່ຽວໃສກໍ່ໄດ້”.

No description available.

ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ໄດ້ຈັດງານ ເທດສະການທ່ອງທ່ຽວຂຶ້ນ, ທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 1-3 ມິຖຸນາ 2023, ໂດຍການເຂົ້າຮ່ວມຂອງ ທ່ານນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທ່ານ ໄພທູນ ກຸນສຸວັນ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ, ທ່ານ ນາງ ເພັດສະໝອນ ຈັນທະວົງ ຮອງຫົວໜ້າພະແນກກວດກາທະນາຄານທຸລະກິດ (BOL), ທ່ານ ນິລັນດອນ ແກ້ວມະນີສີ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ (BOL) ແລະ ທ່ານ ໜູແດງ ຈັນທະຜາສຸກ ຫົວໜ້ພະແນກການຄ້າ ແລະ ການຕະຫຼາດ (ການບິນລາວ), ພ້ອມດ້ວຍບູສວາງສະແດງ ຈາກບັນດາທຸລະກິດທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຫົວໜ່ວຍທຸລະກິດປິ່ນອ້ອມຂົງເຂດທ່ອງທ່ຽວ ຫຼາຍກວ່າ 40 ບູສ, ພ້ອມດ້ວຍມວນຊົນ ແລະ ເດັກນ້ອຍເຂົ້າຮ່ວມ.

No description available.

ທ່ານນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກ່າວບາງຕອນວ່າ: ຈຸດປະສົງງານດັ່ງກ່າວແມ່ນເພື່ອສົ່ງເສີມອຸດສາຫະກໍາການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການສົ່ງເສີມການທ່ອງທ່ຽວຮູບແບບການຊຳລະໄຮ້ເງິນສົດ ທີ່ສະດວກ ແລະ ປອດໄພ ຫຼາຍຍິ່ງຂຶ້ນ ໂດຍການຊຳລະຜ່ານບັດ VISA. ງານດັ່ງກ່າວນີ້ແມ່ນຈະຈັດຂຶ້ນແຕ່ວັນທີ 1-3 ມິຖຸນາ 2023 ແລະ ເນື່ອງຈາກວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົດເຮົາຈຶ່ງຈັດກິດຈະກຳຫຼາຍຢ່າງເພື່ອໃຫ້ຜູ້ປົກຄອງໄດ້ພາລູກຫຼາຍມາທ່ຽວ ແລະ ຊົມບູສພວກເຮົາໄປພ້ອມ.

No description available.
ນອກຈາກນັ້ນພາຍໃນງານຍັງມີລາງວັນ ແລະ ສ່ວນຫຼຸດພິເສດຈາກບັນດາບໍລິສັດ/ຮ້ານຄ້າທີ່ເຂົ້າຮ່ວມ, ຍົກເວັ້ນຄ່າທຳນຽມລາຍປີ 1 ປີ ສໍາລັບອອກບັດ BCEL-VISA ໃໝ່, ພ້ອມຮັບຂອງແຖມ ເມື່ອເປີດບັດ ແລະ ປ່ຽນບັດ BCEL-VISA ໃໝ່ (ຈໍານວນຈໍາກັດ), ຮັບບັດ Voucher ສ່ວນຫຼຸດ (J-mart) 50.000 ກີບ ເມື່ອຊຳລະພາຍໃນງານດ້ວຍບັດ VISA ທຸກປະເພດເລີ່ມຕົ້ນ 500.000 ກີບຕໍ່ບັດ (ຈຳນວນຈຳກັດ), ຮັບບັດ Voucher ແທນເງິນສົດ 300.000 ກີບເມື່ອຊຳລະພາຍໃນງານດ້ວຍບັດ VISA ທຸກປະເພດເລີ່ມຕົ້ນ 900.000 ກີບຕໍ່ບັດ (ຈຳນວນຈຳກັດ).

No description available.
ພາຍໃນງານຍັງມີການແນະນໍາຄຸນລັກສະນະຂອງການນໍາໃຊ້ບັດvisa ຄື: ບໍລິການບັດ BCEL VISA Platinum Credit ແມ່ນຜະລິດຕະພັນບັດອີເລັກໂຕຼນິກສາກົນຊະນິດໜຶ່ງ ທີ່ເປັນບັດ Chip ຕາມມາດຕະຖານສາກົນ ເຊິ່ງມີຄວາມປອດໄພສູງ, ສາມາດນໍາໃຊ້ເພື່ອຖອນເງິນສົດ ຫຼືໃຊ້ຊຳລະຄ່າສິນຄ້າ ຫຼືບໍລິການຕ່າງໆຕາມຄຸນລັກສະນະແຕ່ລະຊະນິດ ແລະ ແຕ່ລະປະເພດຂອງບັດ, ເປັນບັດແທນເງິນສົດລ່ວງໜ້າ ຫຼື ເປັນບັດສິນເຊື່ອ ທີ່ສະມາຊິກບັດຈະໄດ້ຮັບວົງເງິນສິນເຊື່ອຈາກທະນາຄານໂດຍອີງຕາມລະບຽບທີ່ວາງອອກ, ບັດດັ່ງກ່າວສາມາດໃຊ້ຊຳລະຄ່າສິນຄ້າ ຫຼືບໍລິການຕ່າງໆ ຫຼື ຈ່າຍເງິນຜ່ານອິນເຕີເນັດ ໄລຍະເວລາປອດດອກເບ້ຍສູງສຸດ 45 ວັນ (ຂຶ້ນກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊຳລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊຳລະໃນເວລາທີ່ກໍານົດ, ສາມາດເລືອກຊຳລະຄ່າໃຊ້ຈ່າຍພຽງບາງສ່ວນ ແຕ່ບໍ່ໜ້ອຍກວ່າຂັ້ນຕໍ່າ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຣດິດ (Statement) ຕ່ຳສຸດ 20 ໂດລາ.

No description available.
ຜົນປະໂຫຍດທີ່ໄດ້ຮັບ ກໍຄື ບັດດັ່ງກ່າວ ສາມາດຊຳລະສິນຄ້າດ້ວຍ Chip Contactless ຫຼື ຟັງຊັ້ນ Tap & Go ແຕະເພື່ອຈ່າຍງ່າຍ ແລະ ໄວຂຶ້ນ, ສາມາດໃຊ້ແທນເງິນສົດ ແລະ ແຊັກ ຢ່າງສະດວກສະບາຍ ແລະ ປອດໄພ ເພື່ອຊຳລະສະສາງຄ່າສິນຄ້າ ຫຼື ບໍລິການ ແລະ ທ່ອງທ່ຽວໄປສະຖານທີ່ຕ່າງໆທີ່ມີສັນຍາລັກຮັບບັດວີຊ່າໃນທົ່ວໂລກ ໂດຍບໍ່ຈຳເປັນຕ້ອງຖືເງິນສົດເປັນຈຳນວນຫຼາຍ, ສາມາດຊື້ສິນຄ້າ ຫຼື ຊຳລະຄ່າບໍລິການ ຜ່ານ Internet ໄດ້, ສາມາດໃຊ້ບໍລິການຊຳລະສະສາງຕາມຮ້ານຄ້າ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດບັດ (EDC/POS) ແລະ ນໍາໃຊ້ຖອນເງິນສົດຜ່ານຕູ້ເອທີເອັມໄດ້ທຸກຈຸດ ທົ່ວໂລກ ທີ່ມີສັນຍາລັກ VISA, ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຣດິດປະເພດອື່ນຂອງທ່ານ: BCEL Co-Brand, BCEL JCB Credit ແລະ BCEL World Mastercard, ການອອກບັດທີ່ລີ້ງວົງເງິນດຽວກັນຈະບໍ່ມີຄ່າທຳນຽມສະໝັກບັດ ແລະ ເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ, ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນຳໃຊ້ບັດເຄຣດິດຂອງທ່ານຜ່ານBCEL One ເຊິ່ງຈະຊ່ວຍໃຫ້ທ່ານນຳໃຊ້ບັດເຄຣດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ.

No description available.
ສ່ວນຜະລິດຕະພັນບັດ VISA Platinum Debit ເປັນບັດວີຊ່າແພັກຕິນຳ-ເດບິດ ເປັນບັດອີເລັກໂທຼນິກສາກົນຊະນິດໜຶ່ງທີ່ ທຄຕລ ອອກໃຫ້ລູກຄ້າເພື່ອໃຊ້ແທນການຖືເງິນສົດ, ເປັນບັດ chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງ, ສາມາດນໍາໃຊ້ ເພື່ອຖອນເງິນສົດ ຫຼື ໃຊ້ຊຳລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງ ແຕ່ລະປະເພດຂອງບັດ. ບັດເດບິດຕ່າງຈາກບັດເຄຣດິດເປັນບັດທີ່ເຮັດການຊຳລະທັນທີຈາກບັນຊີເງິນຝາກຂອງລູກຄ້າ, ສາມາດນໍາໃຊ້ໄດ້ສູງສຸດ 5.000 ໂດລາ/ມື້.
ຜົນປະໂຫຍດທີ່ຈະໄດ້ຮັບຈາກບັດປະເພດນີ້ກໍຄື ສາມາດຊຳລະສິນຄ້າດ້ວຍ Chip Contactless ຫຼື ຟັງຊັ້ນ Tap & Go ແຕະເພື່ອຈ່າຍງ່າຍ ແລະ ໄວຂຶ້ນ, ສາມາດໃຊ້ແທນເງິນສົດ ແລະ ແຊັກ ຢ່າງສະດວກສະບາຍ ແລະ ປອດໄພ ເພື່ອຊຳລະສະສາງຄ່າສິນຄ້າ ຫຼື ບໍລິການ ແລະ ທ່ອງທ່ຽວໄປສະຖານທີ່ຕ່າງໆທີ່ມີສັນຍາລັກຮັບບັດວີຊ່າໃນທົ່ວໂລກ ໂດຍບໍ່ຈຳເປັນຕ້ອງຖືເງິນສົດເປັນຈຳນວນຫຼາຍ, ສາມາດຊື້ສິນຄ້າ ຫຼື ຊຳລະຄ່າບໍລິການຜ່ານ Internet ໄດ້, ສາມາດໃຊ້ບໍລິການຊຳລະສະສາງຕາມຮ້ານຄ້າ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດບັດ (EDC/POS) ແລະ ນໍາໃຊ້ຖອນເງິນສົດຜ່ານຕູ້ເອທີເອັມໄດ້ທຸກຈຸດທົ່ວໂລກ ທີ່ມີສັນຍາລັກ VISA ແລະ ບໍ່ເສຍຄ່າທຳນຽມ ສຳລັບຊຳລະຄ່າບໍລິການ ຫຼື ສິນຄ້າຈາກຮ້ານຄ້າສະມາຊິກ ແລະ ຕູ້ ATM ທຄຕລ.