ແອັດສະປາຍ ກັ່ນເກືອອອກຈາກນ້ຳທະເລ ເຕັມກຳລັງ ເພື່ອຈັດຫານໍ້າຈືດໃຫ້ຊາວເມືອງບາເຊໂລນາ

53

Vtv.vn ລາຍງານວ່າ: ໂຮງງານກັ່ນນໍ້າທະເລເປັນນໍ້າຈືດ ທີ່ໃຫຍ່ທີ່ສຸດໃນເອີຣົບ ທີ່ເມືອງບາເຊໂລນາ ປະເທດແອັດສະປາຍ ກຳລັງດຳເນີນການຢ່າງເຕັມກຳລັງ ເພື່ອແຍກເກືອອອກຈາກນໍ້າທະເລ ເຮັດໃຫ້ກາຍເປັນນໍ້າຈືດ.

ລາຍງານໄດ້ລະບຸວ່າ: ເພື່ອຕອບສະໜອງຕໍ່ການຊົມໃຊ້ນ້ຳຂອງຊາວເມືອງບາເຊໂລນາ, ໂຄງການດັ່ງກ່າວກຳລັງດຳເນີນການຢ່າງສຸດກຳລັງຂອງໂຮງງານ ໃນການກັ່ນເກືອອອກຈາກນໍ້າທະເລໃຫ້ກາຍເປັນນໍ້າຈືດ ເພື່ອຈັດຫານໍ້າໃຊ້ໃນບ້ານ ສຳລັບປະຊາກອນ ປະມານ 5 ລ້ານຄົນໃນເມືອງບາເຊໂລນາ.

ໂຮງງານກັ່ນດັ່ງກ່າວນີ້ ມີຊື່ວ່າ: ໂຮງງານ Llobregat ຕັ້ງຢູ່ເທິງຊາຍຫາດອັນງຽບສະຫງົບໃນທະເລເມດີເຕເຣນຽນ ນໍ້າທະເລຖືກສູບເຂົ້າໄປໂຮງງານທີ່ຢູ່ຫ່າງອອກໄປ 2 ກິໂລແມັດ. ຫຼັງຈາກຜ່ານລະບົບທໍາຄວາມສະອາດ ແລະ ຕອງໃນຫຼາຍລະບົບ ນໍ້າຈະຖືກສົ່ງຕໍ່ໄປຍັງຈຸດສຸດທ້າຍຂອງທໍ່ ເພື່ອກຳຈັດເກືອອອກຈາກນໍ້າທະເລ ແລະ ຜະລິດເປັນນໍ້າຈືດ.

ປັດຈຸບັນ, ການກັ່ນເກືອອອກຈາກນໍ້າທະເລ ຄິດເປັນ 33% ຂອງນໍ້າສະອາດຂອງເມືອງບາເຊໂລນາ, ໃນຂະດຽວກັນ ນໍ້າທີ່ໄດ້ຈາກບໍ່ນໍ້າ ມີ 23% ແລະ ປະລິມານນໍ້າທີ່ຈັດຫາຈາກແມ່ນໍ້າ ຫຼຸດລົງເຫຼືອພຽງ 19%.