ການຂົນສົ່ງໂລກ ມີທ່າອ່ຽງບໍ່ບັນລຸເປົ້າຫຼຸດການປ່ອຍມົນລະພິດ ຕາມຂໍ້ຕົກລົງປາຣີ

39

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ເວທີການຂົນສົ່ງລະ ຫວ່າງປະເທດ ( International Transport Forum ຫຼື ITF ) ອອກມາເຕືອນເມື່ອວັນທີ 24 ພຶດສະພາ 2023 ວ່າພາກການຂົນສົ່ງມີທ່າອ່ຽງຈະບໍ່ສາມາດຕອບສະໜອງເປົ້າໝາຍໃນການປັບຫຼຸດການປ່ອຍອາຍພິດເຮືອນແກ້ວ ແລະ ແກ້ໄຂບັນຫາທີ່ເກີດຈາກການປ່ຽນແປງຂອງສະພາບອາກາດ.

ໃນພິທີເປີດການປະຊຸມທີ່ເມືອງໄລຊິກ ປະເທດເຢຍລະມັນ ITF ເປີດເຜີຍວ່າ: ພາກການຂົນສົ່ງອາດຍັງຫ່າງໄກຈາກເປົ້າໝາຍການປັບຫຼຸດການປ່ອຍອາຍພິດເຮືອນແກ້ວ ທີ່ຈໍາເປັນຕໍ່ການຄວບຄຸມການປ່ຽນແປງຂອງສະພາບພູມມີອາກາດ.

ITF ລະບຸໃນລາຍງານປະຈໍາປີວ່າ: ມາດຕະການຫຼຸດການປ່ອຍກາກບອນ ທີ່ກຳລັງດຳເນີນຢູ່ໃນປັດຈຸບັນຈະສາມາດຫຼຸດການປ່ອຍມົນລະພິດທີ່ກ່ຽວຂ້ອງກັບການຂົນສົ່ງທົ່ວໂລກໄດ້ພຽງ 3% ພາຍໃນປີ 2050.

ຂະນະທີ່ສຳນັກງານພະລັງງານສາກົນ ( IEA ) ໄດ້ອອກມາເຕືອນວ່າ: ໃນການບັນລຸຂໍ້ຕົກລົງປາຣີ ເພື່ອຫຼຸດການປ່ອຍມົນລະພິດໃຫ້ເຫຼືອສູນ ພາຍໃນປີ 2050 ການປ່ອຍກາກບອນໄດອອກໄຊ ຈໍາເປັນຕ້ອງຫຼຸດລົງຢ່າງໜ້ອຍ 3% ຕໍ່ປີ ຈົນເຖິງປີ 2030.

ທ່ານ ຍອງ ແທຄິມ ເລຂາທິການ ITF ກ່າວວ່າ: ເປັນເລື່ອງຈໍາເປັນຢ່າງຍິ່ງທີ່ຈະຕ້ອງເພີ່ມເຕັກໂນໂລຊີ ແລະ ເຊື້ອໄຟທີ່ມີລາຄາຖືກຢ່າງໄວ ເພື່ອເຄື່ອນຍ້າຍຜູ້ຄົນ ແລະ ສິນຄ້າໂດຍມີການປ່ອຍມົນລະພິດທີ່ໜ້ອຍລົງ.

ITF ລະບຸວ່າ: ເຖິງແມ່ນວ່າພາກການຂົນສົ່ງຍັງບໍ່ບັນລຸເປົ້າໝາຍຫຼຸດການປ່ອຍມົນລະພິດສຸດທິໃຫ້ເຫຼືອສູນ ແຕ່ການຂົນສົ່ງທົ່ວໂລກຍັງອີກ 25 ປີຂ້າງໜ້າ ອາດຈະສາມາດຫຼຸດການປ່ອຍກາກບອນໄດອອກໄຊລົງໄດ້ປະມານ 80% ເມື່ອທຽບກັບລະດັບໃນປີ 2019 ຫາກມີການເລັ່ງໃຫ້ຫຼຸດການປ່ອຍກາກບອນ.

ທ່ານ ຍອງ ແທຄິມ ຍັງເນັ້ນຍໍ້າວ່າ: ການບັນລຸເປົ້າໝາຍທີ່ທະເຍີທະຍານນີ້ ຈໍາເປັນຕ້ອງມີການປະສົມປະສານນະໂຍບາຍເພີ່ມຕື່ມ ເພື່ອຫຼີກລ່ຽງກິດຈະກຳການຂົນສົ່ງທີ່ບໍ່ຈໍາເປັນ, ການປ່ຽນໄປສູ່ຮູບແບບການຂົນສົ່ງທີ່ປາສະຈາກກາກບອນໄດອອກໄຊ ແລະ ການປັບປຸງປະສິດທິພາບການຂົນສົ່ງ.