ຈີນ ເດີນໜ້າປັບຂຶ້ນເງິນບໍານານ ໃຫ້ຜູ້ກະສຽນອາຍຸໃນປີ 2023

32

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານເມື່ອວັນທີ 22 ພຶດສະພາຜ່ານມາວ່າ: ຈີນ ໄດ້ປະກາດກຽມປັບເງິນບໍານານພື້ນຖານ ສຳລັບຜູ້ກະສຽນອາຍຸໃນປີ 2023 ເຊິ່ງເພີ່ມຂຶ້ນຕິດຕໍ່ກັນເປັນປີທີ 19 ແລ້ວ.

ກະຊວງຊັບພະຍາກອນມະນຸດ – ປະກັນສັງຄົມ ແລະ ກະຊວງການເງິນຂອງຈີນ ໄດ້ລາຍງານວ່າ: ການຈ່າຍເງິນບໍານານພື້ນຖານລາຍເດືອນ ໂດຍສະເລ່ຍໃຫ້ຜູ້ຮັບເງິນໃນກິດຈະການໜ່ວຍງານລັດຖະບານ ແລະ ສະຖາບັນສາທາລະນະ ຈະເພີ່ມຂຶ້ນ 3,8% ຈາກລະດັບປີ 2022.

ຈີນ ປັບຂຶ້ນເງິນບໍານານພື້ນຖານສຳລັບຜູ້ກະສຽນອາຍຸ 4% ໃນປີ 2022 ຈາກລະດັບຂອງປີກ່ອນໜ້ານີ້ ໂດຍຈີນໃຫ້ຄວາມສໍາຄັນຢ່າງຍິ່ງ ກັບການເບິ່ງແຍງຜູ້ອາຍຸສູງ ເນື່ອງຈາກປະເທດກໍາລັງປະເຊີນກັບປະຊາກອນສູງໄວ.

ລາຍງານລະບຸວ່າ: ປະຊາກອນຈີນ ອາຍຸ 60 ປີຂຶ້ນໄປ ສູງເກີນ 280 ລ້ານຄົນ ເມື່ອທ້າຍປີ 2022 ຄິດເປັນ 19,8% ຂອງປະຊາກອນທັງໝົດໃນປະເທດ.