ການເຈລະຈາ ເພີ່ມເພດານໜີ້ຂອງສະຫະລັດ ຍັງບໍ່ໄດ້ຂໍ້ສະຫຼຸບ

40

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການເຈລະຈາເພີ່ມເພດານໜີ້ຮອບໃໝ່ ລະ ຫວ່າງ ປະທານາທິບໍດີ ໂຈ ໄບເດັນ ແລະ ທ່ານ ເຄວິນ ແມັກຄາທີ ປະທານສະພາຂອງສະຫະລັດ ຍັງບໍ່ສາມາດຕົກລົງກັນໄດ້ ແຕ່ທີມເຈລະຈາທັງຝ່າຍລັດຖະບານ ແລະ ຝ່າຍສະພາຍັງດຳເນີນຕໍ່ໄປ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ: ການເຈລະຈາຄັ້ງນີ້ ເປັນໄປຢ່າງສ້າງສັນ ໂດຍທັງສອງຝ່າຍຕ່າງກໍເນັ້ນຢ້ຳວ່າສະຫະລັດອາເມຣິກາ ຈະບໍ່ຜິດນັດຊຳລະໜີ້ ແລະ ທາງອອກໜຶ່ງດຽວໃນເລື່ອງນີ້ ກໍຄືພັກຣີພັບລີກັນ ແລະ ເດໂມແຄຣັດ ຈະສາມາດຕົກລົງກັນໄດ້ ເພື່ອຫາທາງອອກໃຫ້ປະເທດ ຫາກບໍ່ດັ່ງນັ້ນ ຈະສົ່ງຜົນກະທົບອັນໃຫຍ່ຫຼວງ ຕໍ່ລະບົບເສດຖະກິດຂອງສະຫະລັດ.

ທັງນີ້, ທ່ານ ແມັກຄາທີ ຢ້ຳວ່າ ພັກຣີພັບລີກັນ ບໍ່ເຫັນດີຕໍ່ຂໍ້ສະເໜີການປັບປ່ຽນມາດຕະການພາສີ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການປັບເພີ່ມເພດານໜີ້. ທັງນີ້, ພັກຣີພັບລີກັນ ຕ້ອງການໃຫ້ລັດຖະບານປັບຫຼຸດການໃຊ້ຈ່າຍເປັນເວລາຫຼາຍປີ, ໃນຂະນະທີ່ພັກເດໂມແຄຣັດ ເຊິ່ງເປັນລັດຖະບານໃນຂະນະນີ້ ຕ້ອງການປັບຫຼຸດລາຍຈ່າຍເປັນເວລາພຽງ 2 ປີເທົ່ານັ້ນ.