ທະນາຄານແຫ່ງ ສປປ ລາວ ອອກຈຳໜ່າຍພັນທະບັດຄັ້ງໃໝ່ດອກເບ້ຍສູງເຖິງ 15%

254

ໃຜທີ່ມີກຳລັງຊັບຢ່າລືມກຽມຈັບຈອງຊື້ພັນທະບັດທະນາຄານແຫ່ງ ສປປ ລາວ ຈະນຳອອກຈຳໜ່າຍໃນໄວໆນີ້ດ້ວຍດອກເບ້ຍ 15% ຕໍ່ປີ.
ໃນວັນທີ 8 ພຶດສະພາ 2023 ນີ້ ທາງຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເລື່ອງການ ຈະໄດ້ມີການເປີດຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບເປັນວົງເງິນ 2,000 ຕື້ກີບ ໂດຍມີເນື້ອໃນຄື:

No photo description available.
ຫ້ອງການທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດ ຊາບວ່າ: ທະນາຄານ ແຫ່ງ ສປປ ລາວ ຈະອອກໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ (ທຫລ) ສະກຸນເງິນກີບ ງວດທີ 2 ຄັ້ງທີ 3 ໃຫ້ແກ່ມວນຊົນ ໃນໄວໆນີ້, ວົງເງິນຈຳໜ່າຍທັງໝົດ 2.000.000.000.000 ກີບ (ສອງພັນຕື້ກີບ), ອັດຕາດອກເບ້ຍ 15% ຕໍ່ປີ, ມີອາຍຸຄົບກຳນົດ 06 ເດືອນ.

ສຳລັບມື້ເລີ່ມຈຳໜ່າຍພັນທະບັດ ທຫລ ຕົວຈິງ ແລະ ວິທີການຈໍາໜ່າຍແມ່ນຈະແຈ້ງໃຫ້ຊາບໃນພາຍຫຼັງຕື່ມ.

May be an illustration of text