ຖະແຫຼງເປັນທາງການເຫດການຍິງກັນທ້າວ ແຈັກ ອານຸຊາ ໃນຄັ້ງວັນທີ 29 ເມສາ 2023

6831

ໃນວັນທີ 5 ພຶດສະພາ 2023, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວກ່ຽວກັບເຫດການຍິງ ທ້າວ ແຈັກ ອານຸຊາ ທີ່ໄດ້ຮັບບາດເຈັບ ແລະ ກຳລັງປິ່ນປົວຢູ່ໂຮງໝໍ.

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຖະແຫຼງການກ່ຽວກັບເຫດການຍິງກັນ ໃນຄັ້ງວັນທີ 29 ເມສາ 2023 ດັ່ງນີ້:

No photo description available.

ໃນເວລາ 23:00 ໂມງ ຂອງວັນທີ 29 ເມສາ 2023, ໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ, ທາງເຈົ້າໜ້າທີ່ວີຊາສະເພາະສືບສວນ-ສອບສວນປ້ອງກັນຄວາມສະ ຫງົບນະຄອນຫຼວງວຽງຈັນ ໄດ້ລົງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ເກີດເຫດດັ່ງກ່າວ.

No photo description available.

ຜ່ານການສືບສວນສອບສວນເກັບກຳຂໍ້ມູນຂອງເຈົ້າໜາທີ່ໃນທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າ ມີເຫດການຍິງກັນແທ້ ແລະ ມີຜູ້ບາດເຈັບ 1 ຄົນຊື່: ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 24 ປີ ເຊື້ອຊາດ-ສັນຊາດລາວ, ແລ້ວໄດ້ນຳສົ່ງຜູ້ທີ່ໄດ້ຮັບບາດເຈັບໄປປິ່ນ ປົວຢູ່ໂຮງໝໍ.

No photo description available.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ສັນນິຖານເບື້ອງຕົ້ນ ອາດເປັນຂໍ້ຄັດແຍ່ງດ້ານທຸ ລະກິດ ຫຼື ຂໍ້ຂັດແຍ່ງບັນຫາຊູ້ສາວ. ມາຮອດປັດຈຸບັນ, ທາງເຈົ້າໜ້າທີ່ ໄດ້ສືບຕໍ່ດຳ ເນີນສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຕາມຂັ້ນຕອນຂອງກົດ ໝາຍ, ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ແລະ ຍັງບໍ່ທັນ ສາມາດໃຫ້ການຕໍ່ເຈົ້າໜ້າທີ່ໄດ້.

ຈາກເຫດການທີ່ກ່າວມາຂ້າງເທິງນັ້ນ ຂໍໃຫ້ສັງຄົມພິຈາລະນາ, ຮັບຟັງຂ່າວສານຢ່າງມີເຫດຜົນ.

ຂ່າວຈາກ: ຄວາມສະຫງົບ