ຟີລິບປິນ ອອກແຈ້ງເຕືອນ ໄພແລ້ງອາດແກ່ຍາວຮອດປີໜ້າ

86

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການບໍລິຫານ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຟີລິບປິນ ( PAGASA ) ອອກແຈ້ງເຕືອນປະຊາຊົນ ໃນວັນທີ 2 ພຶດສະພາຜ່ານມາວ່າ ປີນີ້ຟີລິບປິນ ອາດຈະປະເຊີນກັບໄພແຫ້ງແລ້ງ ເຊິ່ງຄາດວ່າຈະເກີດຂຶ້ນນັບແຕ່ເດືອນມິຖຸນາ – ເດືອນສິງຫາ 2023 ແລະ ອາດແກ່ຍາວໄປເຖິງໄຕມາດ 1 ຂອງປີ 2024.

อาจเป็นรูปภาพของ พื้นหญ้า

PAGASA ລະບຸວ່າ: ສະຖານະການຫຼ້າສຸດ ແລະ ຈຳລອງການຄາດການໄດ້ບົ່ງຊີ້ວ່າ ປາກົດການ ເອລນີໂຍ ອາດເກີດຂຶ້ນ ເຊິ່ງຈະເຮັດໃຫ້ ຟີລິບປິນ ປະເຊີນກັບໄພແລ້ງຕັ້ງແຕ່ເດືອນມິຖຸນາ – ເດືອນສິງຫາ 2023 ໂດຍມີຄວາມເປັນໄປໄດ້ເຖິງ 80% ແລະ ອາດຈະແກ່ຍາວໄປເຖິງໄຕມາດທຳອິດຂອງປີ 2024, ດັ່ງນັ້ນຈຶ່ງອອກແຈ້ງເຕືອນໃຫ້ປະຊາຊົນ ກຽມຮັບມື ແລະ PAGASA ຈະຕິດຕາມປາກົດການ ເອລນີໂຍຢ່າງໃກ້ຊິດ.

ไม่มีคำอธิบายรูปภาพ

ທັງນີ້, ປາກົດການເອລນີໂຍ ຄືອຸນຫະພູມຂອງຜິວນ້ຳທະເລ ບໍລິເວນເສັ້ນສູນສູດຂອງມະຫາສະໝຸດປາຊີຟິກ ອຸ່ນຂຶ້ນຜິດປົກກະຕິ. ດັ່ງນັ້ນ PAGASA ຈຶ່ງຄາດການວ່າຈະເກີດປາກົດການ ເອລນີໂຍຂຶ້ນ ເຊິ່ງຈະເຮັດໃຫ້ຝົນຕົກໜ້ອຍກວ່າເກນປົກກະຕິ ແລະ ຈະເຮັດໃຫ້ໄພແລ້ງເກີດຂຶ້ນບາງປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.