ກຳປູເຈຍ ລົງທຶນພັດທະນາທ່າເຮືອ “ ສີຫານຸວີລ ” ເປັນສູນກາງການຂົນສົ່ງ

39

ສຳນັກຂ່າວຊິນຫົວລາຍງານວ່າ: ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ເປີດເຜີຍຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມພິທີວາງສີລາລືກ ໂຄງການພັດທະນາທ່າເຮືອ ສີຫານຸວີລ ວ່າ: ໂຄງການພັດທະນາທ່າເຮືອສີຫານຸວີລ ( Sihanoukville ) ຈະປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ ລວມທັງການຄ້າລະຫວ່າງປະເທດຂອງກຳປູເຈຍ ຂະຫຍາຍຕົວຂຶ້ນ, ນອກຈາກນີ້ຍັງສາມາດຫຼຸດຕົ້ນທຶນການຂົນສົ່ງທາງທະເລ ແລະ ດຶງດູດການລົງທຶນຈາກພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ.

อาจเป็นรูปภาพของ คลอง Panama Canal และ ข้อความ

ໃນຂະນະທີ່ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງກຳປູເຈຍ ກ່າວວ່າ: ໂຄງການກໍ່ສ້າງທ່າເຮືອແຫ່ງໃໝ່ແບ່ງອອກເປັນ 3 ໄລຍະ ໂດຍໄລຍະທຳອິດຈະກໍ່ສ້າງທ່າທຽບເຮືອບັນທຸກສິນຄ້າທົ່ວໄປເທິງບົກ ແລະ ທ່າທຽບເຮືອບັນທຸກຕູ້ຄອນເທັນເນີ ມີລວງຍາວ 350 ແມັດ ແລະ ເລິກ 14,5 ແມັດ ເຊິ່ງສາມາດຮອງຮັບເຮືອບັນທຸກຕູ້ຄອນເທັນເນີຂະໜາດ 4.000 TEU ໂດຍຄາດວ່າໄລຍະທຳອິດຈະໃຊ້ງົບປະມານ 275 ລ້ານໂດລາ ແລະ ຈະໃຫ້ສຳເລັດໃນປີ 2026. ຂະນະທີ່ໂຄງການກໍ່ສ້າງໄລຍະທີ 2 ຈະເລີ່ມລົງມືໃນປີ 2025 – 2028 ແລະ ໄລຍະທີ 3 ຈະເລີ່ມລົງມືໃນປີ 2026 – 2029 ໂດຍຄາດວ່າຈະລົງທຶນທັງໝົດ 698 ລ້ານໂດລາ.

อาจเป็นรูปภาพของ โรงกลั่นน้ำมัน และ คลอง Panama Canal

ປັດຈຸບັນທ່າເຮືອສີຫານຸວີລ ສາມາດຮອງຮັບຕູ້ຄອນເທັນເນີໄດ້ປະມານ 700.000 TEU ຕໍ່ປີ ແລະ ຈະເພີ່ມເປັນ 1,4 ລ້ານ TEU ໃນປີ 2026 ແລະ ເພີ່ມເປັນ 2,58 ລ້ານ TEU ໃນປີ 2029.