ສ.ເກົາຫຼີ ຈັດ ຍີ່ປຸ່ນ ເຂົ້າໃນບັນຊີຄູ່ຮ່ວມມືດ້ານການຄ້າທີ່ເຊື່ອຖືໄດ້

21

ຕາມຂ່າວຕ່າງປະເທດລາຍງານວ່າ: ລັດຖະບານ ສ.ເກົາຫຼີ ໄດ້ຈັດ ຍີ່ປຸ່ນ ເຂົ້າໃນບັນຊີຂາວຄືນ ເຊິ່ງເປັນບັນຊີລາຍຊື່ຄູ່ຮ່ວມມືດ້ານການຄ້າທີ່ເຊື່ອຖືໄດ້ ແລະ ມີບຸລິມະສິດ ພາຍຫຼັງ 3 ປີ ທີ່ໄດ້ລົບອອກຈາກບັນຊີລາຍຊື່.

ນີ້ແມ່ນການເຄື່ອນໄຫວຫຼ້າສຸດ ເພື່ອປັບປຸງການຮ່ວມມືດ້ານເສດຖະກິດ ແລະ ການທູດ ລະຫວ່າງສອງປະເທດ ພາຍຫຼັງການພົບປະລະຫວ່າງ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ແລະ ນາຍົກລັດຖະມົນຕີ ແຫ່ງຍີ່ປຸ່ນ ເມື່ອເດືອນມີນາຜ່ານມາ.

ไม่มีคำอธิบายรูปภาพ

ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ໄດ້ຖະແຫຼງເມື່ອວັນທີ 24 ເມສາຜ່ານມາ ກ່ຽວກັບການປັບປຸງລາຍການສົ່ງອອກ ແລະ ນໍາເຂົ້າສິນຄ້າຍຸດທະສາດ ລະຫວ່າງສອງປະເທດ.

ລາຍງານລະບຸວ່າ: ສ.ເກົາຫຼີ ໄດ້ຟື້ນຟູການສົ່ງອອກສໍາລັບບັນດາລາຍການສິນຄ້າກັບ ຍີ່ປຸ່ນ ໃຫ້ບັນດາບໍລິສັດສົ່ງອອກລາຍການສິນຄ້າຍຸດທະສາດ ສົ່ງໄປ ຍີ່ປຸ່ນ ໄດ້ໃຊ້ບຸລິມະສິດ ໃນໄລຍະເວລາກວດຜ່ານ ແລະ ເຮັດຂັ້ນຕອນເອກະສານງ່າຍດາຍຂຶ້ນ.

อาจเป็นรูปภาพของ รถเครน, ภาชนะ, เรือ, อาคารผู้โดยสาร และ ข้อความ

ການທີ່ ຍີ່ປຸ່ນ ໄດ້ກັບມາຢູ່ໃນບັນຊີຂາວ ຈະເຮັດໃຫ້ເວລາກວດກາໃບອະນຸຍາດນໍາເຂົ້າຂອງບັນດາບໍລິສັດສົ່ງອອກວັດຖຸດິບ ທີ່ເປັນຍຸດທະສາດ ໄປ ຍີ່ປຸ່ນ ຫຼຸດລົງຈາກ 15 ວັນ ເຫຼືອ 5 ວັນ ແລະ ຈໍານວນເອກະສານທີ່ຕ້ອງຍື່ນສົ່ງ ຫຼຸດລົງ 5 ປະເພດ ເຫຼືອ 3 ປະເພດ.

ດັ່ງນັ້ນ, ຍີ່ປຸ່ນ ຈະຢູ່ໃນ 29 ປະເທດ ທີ່ໄດ້ຮັບການປະຕິບັດບຸລິມະສິດທາງການຄ້າຂອງ   ສ.ເກົາຫຼີ ຄືກັບສະຫະລັດອາເມຣິກາ, ຝຣັ່ງ ແລະ ອັງກິດ. ຢ່າງໃດກໍຕາມ, ຍີ່ປຸ່ນ ກໍຍັງບໍ່ທັນເຜີຍຂໍ້ມູນລະອຽດ ກ່ຽວກັບເວລາທີ່ຈະນໍາເອົາ ສ.ເກົາຫຼີ ກັບເຂົ້າໃນບັນຊີຂາວ ທາງດ້ານການຄ້າຂອງ ຍີ່ປຸ່ນ.