ຟີລິບປິນ ພັດທະນາສາຍພັນເຂົ້າ ທົນທານຕໍ່ສະພາບອາກາດ

47

ສຳນັກຂ່າວຣອຍເຕີລາຍງານວ່າ: ທີມນັກວິໄຈຈາກສະຖາບັນວິໄຈເຂົ້າແຫ່ງຊາດຂອງຟີລິບປິນ ໄດ້ລາຍງານຄວາມຄືບໜ້າຂອງການສຶກສາ ໃນການພັດທະນາເຂົ້າ ເຊິ່ງມີຄຸນສົມບັດ  “ ທົນທານຕໍ່ສະພາບອາກາດ ” ແລະ “ ສາມາດປັບຕົວຕໍ່ສະພາບອາກາດ ” ທັງໄພແຫ້ງແລ້ງ ແລະ ນ້ຳຖ້ວມ.

อาจเป็นรูปภาพของ ต้นกล้า และ พื้นหญ้า

ທັງນີ້, ຜູ້ຊ່ຽວຊານກຳລັງທົດລອງປູກເຂົ້າສາຍພັນດັ່ງກ່າວໃນເນື້ອທີ່ດິນສາທິດ ໂດຍປ່ອຍໃຫ້ນ້ຳຖ້ວມຕາມພື້ນທີ່ຫຼາຍແຫ່ງ ເພື່ອວິເຄາະຂໍ້ມູນຈາກສະພາບດິນທີ່ແຕກຕ່າງກັນ ພ້ອມທັງນຳໄປປູກໃນ ອິນເດຍ ແລະ ເນປານ ຕື່ມອີກ.

อาจเป็นรูปภาพของ 1 คน และ พื้นหญ้า

ຜູ້ຊ່ຽວຊານເປີດເຜີຍວ່າ: ການທົດລອງເບື້ອງຕົ້ນພົບວ່າ ເຂົ້າສາຍພັນດັ່ງກ່າວນີ້ສາມາດທົນທານຕໍ່ສະພາບນ້ຳຖ້ວມໄດ້ດົນກວ່າສາຍພັນເຂົ້າປົກກະຕິ ປະມານ 2 ອາທິດ, ນອກຈາກນີ້, ນັກວິໄຈຍັງໄດ້ສຶກສາຄົ້ນຄວ້າ ແລະ ພັດທະນາສາຍພັນເຂົ້າທີ່ສາມາດທົນທານຕໍ່ສະພາບອາກາດທີ່ແຫ້ງແລ້ງເປັນເວລາດົນນານຕື່ມອີກ.