ຢູ9 MAZDA ປ້ອງກັນແຊັມລາຍການ SAT NSDF THAILAND CHAMPIONSHIP 2023

74

ທີມບານເຕະ ຫຼານນ້ອຍໝາກເຜັດຂີ້ໜູລາວ ສະໂມສອນເຍົາວະຊົນ ມາຊສະດາ ລາວ ຈີບີ ເອັຟຊີ ( MAZDA LAOS GB FC ) ຮຸ່ນອາຍຸບໍ່ເກີນ 9 ປີສາມາດປ້ອງກັນແຊ້ມ ການແຂ່ງຂັນເຕະບານເຍົາວະຊົນ ລາຍການ SAT NSDF THAILAND CHAMPIONSHIP 2023 ທີ່ປະເທດໄທ ລະຫວ່າງວັນທີ 20-23 ເມສາ 2023 ໄດ້ສໍາເລັດ ຫຼັງດວນຈຸດໂທດບຽດຊະນະ ແທັກທີມ ທີມຈາກໄທ ໄປຫວຸດຫວິດ 7-6 ຫຼັງສະເໝີກັນ 1-1.

ລາຍການດັ່ງກ່າວມີການແຂ່ງຂັນຫຼາຍຮຸ່ນ ໂດຍສະເພາະຮຸ່ນອາຍຸ 9 ປີ ຮຸ່ນດັ່ງກ່າວມີຫຼານນ້ອຍຈາກປະເທດລາວ ແລະ ຕາງໜ້າຫຼາຍແຂວງ ກໍຄື ຈັງຫວັດ ໃນທົ່ວປະເທດໄທ ສົ່ງເຂົ້າຮ່ວມຊີງໄຊ ຈຳນວນ 32 ທີມ ແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີມອັນດັບທີ 1-2 ຜ່ານເຂົ້າຮອບຕໍ່ໄປ ເຊິ່ງ MAZDA LAOS GB FC ຖືກຢູ່ກຸ່ມ E ຮ່ວມກັບ ສະໂມສອນ ມະນີສຸກ ອາຄາເດມີ ເອັຟຊີ ຈາກແຂວງນະຄອນປະຖົມ, ລານກະບີ່ ເອັບຊີ ຈາກແຂວງກຳແພງເພັດ ແລະ ສິງທອງ ຈາກນະຄອນຫຼວງບາງກອກ.

ຜ່ານການແຂ່ງຂັນປາກົດວ່າ: ຮອບແບ່ງກຸ່ມ MAZDA LAOS GB FC ຜ່ານໄດ້ສະບາຍຊະນະລວດ ເຊັ່ນດຽວກັບຮອບ 8 ທີມຊະນະ KKD 4-0 ແລະ ຮອບ 4 ທີມສຸດທ້າຍຊະນະ ມໍນີງ ທີເຊີ 3-0 ກ່ອນຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ແທັກທີມ ທີມດັງຈາກປະເທດໄທ ເຊິ່ງຮອບຊີງດໍາເນີນໄປຢ່າງສູສີຈົບການແຂ່ງຂັນໃນເວລາປົກກະຕິສະເໝີກັນ 1-1 ເຮັດໃຫ້ຕ້ອງໄປຕັດສິນທີ່ການດວນຈຸດໂທດເປັນ MAZDA LAOS GB FC ທີ່ຜູ້ຮັກສາປະຕູປ້ອງກັນໄດ້ລູກສຸດທ້າຍບຽດເອົາຊະນະ ແທັກທີມ 7-6 ຄວ້າແຊ້ມໄປຄອງ ແລະ ເປັນການປ້ອງກັນແຊ້ມລາຍການນີ້ໄວ້ໄດ້ຢ່າງຍິ່ງໃຫຍ່.
ຂ່າວ: Larh Creators; ຮູບຈາກ: MAZDA LAOS GB FC