ຢູ9 MAZDA ລຸ້ນປ້ອງກັນແຊັມ SAT NSDF THAILAND 2023 ຮອບທໍາອິດຜ່ານສະບາຍ

656

ທີມບານເຕະ ຫຼານນ້ອຍໝາກເຜັດຂີ້ໜູລາວ ສະໂມສອນເຍົາວະຊົນ ມາຊສະດາ ລາວ ຈີບີ ເອັຟຊີ ( MAZDA LAOS GB FC ) ເດີນທາງຂ້າມແມ່ນໍ້າຂອງເຂົ້າຮ່ວມປ້ອງກັນແຊັມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 9 ປີ ລາຍການ SAT NSDF THAILAND CHAMPIONSHIP 2023 ທີ່ປະເທດໄທ ລະຫວ່າງວັນທີ 20-23 ເມສາ 2023.

ລາຍການດັ່ງກ່າວມີການແຂ່ງຂັນຫຼາຍຮຸ່ນ ໂດຍສະເພາະຮຸ່ນອາຍຸ 9 ປີ ຮຸ່ນດັ່ງກ່າວມີຫຼານນ້ອຍຈາກປະເທດລາວ ແລະ ຕາງໜ້າຫຼາຍແຂວງ ກໍຄື ຈັງຫວັດ ໃນທົ່ວປະເທດໄທ ສົ່ງເຂົ້າຮ່ວມຊີງໄຊ ຈຳນວນ 32 ທີມ ແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີມອັນດັບທີ 1-2 ຜ່ານເຂົ້າຮອບຕໍ່ໄປ.

ສໍາລັບ MAZDA LAOS GB FC ຖືກຢູ່ກຸ່ມ E ຮ່ວມກັບ ສະໂມສອນ ມະນີສຸກ ອາຄາເດມີ ເອັຟຊີ ຈາກແຂວງນະຄອນປະຖົມ, ລານກະບີ່ ເອັບຊີ ຈາກແຂວງກຳແພງເພັດ ແລະ ສິງທອງ ຈາກນະຄອນຫຼວງບາງກອກ.

ຂະນະທີ່ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ຕົວແທນຈໍາໜ່າຍລົດໃຫຍ່ ຍີ່ຫໍ້ MAZDA ພຽງຜູ້ດຽວໃນ ສປປ ລາວ ທັງເປັນປະທານສະໂມສອນ MAZDA LAOS GB FC ໃຫ້ຮູ້ວ່າ: ພວກເຮົາໄດ້ສົ່ງຫຼານນ້ອຍລາວ ເຂົ້າຮ່ວມປ້ອງກັນແຊັມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 9 ປີ ລາຍການ SAT NSDF THAILAND CHAMPION SHIP 2023 ທີ່ປະເທດໄທ ຈະຈັດຂຶ້ນລະຫວ່າງວັນທີ 20-23 ເມສາ 2023 ລາຍການດັ່ງກ່າວ ພວກເຮົາເຄີຍແຈ້ງເກີດຄວ້າແຊັມ ຢູ 8 ໃນປີຜ່ານມາ ແລະ ປີນີ້ ກໍຈະພະຍາຍາມນຳພາຫຼານນ້ອຍສ້າງຜົນງານໃຫ້ດີທີ່ສຸດ ເພື່ອປ້ອງກັນແຊ໋ມ ສ້າງກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ ກໍຄື ວົງການບານລາວ ໃຫ້ໄດ້ອີກ 1 ສະໄໝ.

ສໍາລັບ ໃນຮອບຄັດເລືອກ ເລີ່ມໃນວັນທີ 20 ເມສາ 2023 MAZDA LAOS GB FC ລົງສະໜາມນັດທຳອິດເປີດຕົວບຽດເອົາຊະນະ ມະນີສຸກ ອະຄາເດມີ ເອັຟຊີ 2-1 ເກັບ 3 ຄະແນນທໍາອິດພ້ອມໂອກາດເຂົ້າຮອບ, ນັດທີ 2 MAZDA LAOS GB FC ພົບກັບ ລານກະບີ່ ເອັຟຊີ 5-0 ແລະ ນັດທີ 3 MAZDA LAOS GB FC ພົບກັບ ສິງທອງ 2-1 ຜ່ານເຂົ້າຮອບ 16 ທີມສຸດທ້າຍ ສ່ວນຜົນການແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ.
ຂ່າວ-ຮູບຈາກ: Larh Creators