ວິທີເຮັດໃຫ້ໜ້າຂາວທຳມະຊາດຈາກ 9 ວັດຖຸດິບບໍາລຸງຜິວໃຫ້ຂາວໃສໄດ້ງ່າຍໆ

48

ຈາກວິວັດທະນາການຄວາມກ້າວໜ້າໃນຍຸກປັດຈຸບັນ ເຮັດໃຫ້ມີຜະລິດຕະພັນຊ່ວຍໃຫ້ຜິວຂາວໃສອອກມາເອົາໃຈສາວໆຫຼາຍຮູບແບບຈົນເລືອກຊື້ບໍ່ຖືກລວມທັງການໃຊ້ຊີວິດທີ່ຟ້າວຟັ່ງໃນແຕ່ລະມື້, ການຈະໄປເສີມສວຍຕາມຄຣີນິກ ຫຼື ຫ້າງຮ້ານຕ່າງໆອາດຈະບໍ່ມີເວລາ ແລະ ຍັງຕ້ອງໃຊ້ເງິນຈໍານວນຫຼາຍ ເມື່ອເກີດຄວາມຫຍຸ້ງຍາກເຫຼົ່ານີ້ ເຮົາຄວນຫາວິທີງ່າຍໆໃນການຮັກສາຜິວໃຫ້ຂາວໃສຈາກວັດຖຸດິບໃກ້ບ້ານ ນອກຈາກຈະເຮັດໃຫ້ປະຢັດເວລາ, ປະຢັດເງິນແລ້ວຍັງປອດໄພອີກດ້ວຍ ວິທີງ່າຍໆທີ່ທຸກຄົນສາມາດສັນຫາມານໍາໃຊ້ດັ່ງນີ້:

1.ໝາກເລັ່ນ: ເລີ່ມຈາກໝາກໄມ້ທີ່ເປັນຕົວຊ່ວຍຊັ້ນຍອດທີ່ມີທັງວິຕະມິນ ແລະ ແຮ່ທາດ ລວມທັງສານຕ້ານອະນຸມູນອິດສະຫຼະ ຊ່ວຍໃນການຊະລໍເກີດຮອຍຕີນກາກ່ອນໄວ ໃຫ້ເຮົານໍາໝາກເລັ່ນມາຊອບເປັນປ່ຽງບາງໆມາແປະໃສ່ໃບໜ້າກ່ອນອາບນໍ້າເພື່ອກໍາຈັດເຊວຜິວເກົ່າ, ສິວສ້ຽນ ແລະ ຫຼຸດ ຄວາມໝອງຄໍ້າ ຫຼື ສາມາດບົດລະອຽດແລ້ວນໍາມາພອກໜ້າ 30 ນາທີ ກ່ອນເຂົ້ານອນກໍໄດ້ແລ້ວລ້າງອອກໃຫ້ສະອາດ ເມື່ອຕື່ນມາຕອນເຊົ້າຜິວຈະໃສ, ຊຸ່ມຊື່ນ.

2.ໝາກກ້ຽງ: ໝາກກ້ຽງ ເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີ ຊ່ວຍບໍາລຸງຜິວໃຫ້ຂາວໃສ ຟື້ນຟູຜິວບໍລິເວນທີ່ໝອງຄໍ້າ, ເຮັດໃຫ້ສິວແຫ້ງໄວ ແລະ ບໍ່ເກີດຮອຍ. ວິທີການເຮັດກໍຄື ນໍາໝາກກ້ຽງມາປັ່ນລະອຽດແລ້ວພອກໜ້າໄວ້ກ່ອນເຂົ້ານອນ ຫຼື ໃຊ້ເປືອກໝາກກ້ຽງດ້ານໃນຄ່ອຍໆທາໜ້າກ່ອນອາບນໍ້າ. ເນື່ອງຈາກສານໃນໝາກກ້ຽງມີກົດສູງ ຄວນໃຊ້ເວລາພອກ ຫຼື ສະຄັບບໍ່ເກີນ 15 ນາທີ ຫຼື ນໍາໄປປະສົມໄຂ່ຂາວ ຫຼື ນໍ້າມັນໝາກພ້າວເພື່ອປ້ອງກັນການລະຄາຍເຄືອງ.
3. ໝາກແຕງ: ໝາກແຕງເປັນຕົວຊ່ວຍສຸດອ່ອນໂຍນ ບໍ່ເຮັດໃຫ້ຜິວລະຄາຍເຄືອງ ເໝາະກັບທຸກສະພາບຜິວໂດຍສະເພາະຄົນຜິວແຫ້ງ ເພາະໝາກແຕງມີນໍ້າເປັນອົງປະກອບຫຼັກ ພຽງແຕ່ນໍາມາຊອຍເປັນຕ່ອນນ້ອຍໆແລ້ວບົດລະອຽດ ຈາກນັ້ນພອກໜ້າໄວ້ປະມານ 25-30 ນາທີ ແລ້ວລ້າງອອກ ວິຕາມິນ ແລະ ສານຟິນອລິກໃນໝາກແຕງຈະຊ່ວຍຫຼຸດຮອຍແດງຈາກສິວ ຊ່ວຍໃຫ້ຜິວນຸ່ມຊຸ່ມຊື່ນ ແລະ ຂາວໃສຂຶ້ນ.

4. ໝາກຫຸ່ງສຸກ: ໝາກຫຸ່ງເປັນໝາກໄມ້ທີ່ມີວິຕາມິນເອ ແລະ ເອັນໄຊ້ ທີ່ຊ່ວຍກັກເກັບ ແລະ ເພີ່ມຄວາມຊຸ່ມຕໍ່ຜິວ ເໝາະກັບຄົນຜິວແຫ້ງ ໂດຍການເອົາໝາກຫຸ່ງມາບົດລະອຽດແລ້ວພອກໜ້າໄວ້15-20 ນາທີແລ້ວລ້າງອອກ ສູດນີ້ຈະຊ່ວຍໃຫ້ຜິວຂາວ, ຊຸ່ນໍ້າ ແລະ ນຽນໃສ.
5. ໝາກກ້ວຍ: ສາມາດນໍາໃຊ້ປະໂຫຍດໄດ້ທັງໃນ ແລະ ເປືອກຂອງໝາກກ້ວຍຄື: ໃນໝາກກ້ວຍນໍາມາບົດລະອຽດແລ້ວພອກໜ້າໄວ້ໝົດຄືນກໍໄດ້ ສ່ວນຂອງເປືອກໃຊ້ຖູເບົາໆໃສ່ໃບໜ້າຈະຊ່ວຍຂັດສິ່ງເປິເປື້ອນອອກ ເຮັດໃຫ້ຜິວສະອາດ, ແຂງແຮງ, ຂາວໃສ ແລະບໍ່ແຫ້ງແຫ່ວ.

6. ນໍ້າເຜິ້ງ: ເປັນຂອງດີຈາກທໍາມະຊາດແທ້ ທີ່ມີສານຕໍ່ຕ້ານອະນຸມູນອິດສະຫຼະ ແລະ ກົດກລູໂຄນິກ , ການພອກໜ້າດ້ວຍນໍ້າເຜິ້ງ 15-20 ນາທີ ຈະຊ່ວຍຫຼຸດການຈະເລີນເຕີບໃຫຍ່ ຂອງແບັກທີເຣຍ, ປົກປ້ອງຜິວຈາກລັງສີຢູວີ, ເສີມສ້າງເຊວຜິວໜັງໃໝ່ ເຮັດໃຫ້ໜ້າໃສ ແລະ ອ່ອນກວ່າໄວ.
7.ໂຢເກິດ: ໂຢເກິດນອກຈາກຈະມີຈຸລິນຊີແລັດໂຕບາຊີລັສ ແລະ ກົດແລັກຕິກ ຊ່ວຍກໍາຈັດສິ່ງເປິເປື້ອນ, ຫຼຸດຄວາມມັນ ແລະ ການເກີດສິວຜົດແລ້ວ ຍັງມີວິຕາມິນຊີຊ່ວຍບໍາລຸງຜິວໜ້່າໃຫ້ນຽນນຸ້ມ, ປ່ຽນໜ້າໝອງໃຫ້ໃສຂຶ້ນຢ່າງເປັນທໍາມະຊາດ ໂດຍການໃຊ້ໂຢເກິດມາພອກໜ້າ ຫຼື ນວດໜ້າປະມານ 20 ນາທີ ຫຼື ນວດຈົນແຫ້ງ ແລ້ວລ້າງອອກ ສາມາດນໍາໄປໃຊ້ກັບວັດຖຸດິບໃນຂໍ້ອື່ນໆໄດ້.
ນອກຈາກນີ້ຍັງຕ້ອງອາໄສ ຄວາມສະໝໍ່າສະເໝີໃນການບໍາລຸຜິວເປັນປະຈໍາ, ພັກຜ່ອນໃຫ້ພຽງພໍ ແລະ ຮັບປະທານອາຫານໃຫ້ຖືກຫຼັກໂພຊະນາການ ພຽງເທົ່ານີ້ເຮົາກໍຈະມີຜິວໜ້າທີ່ສວຍງາມ ແລະ ສຸຂະພາບດີໄປຕະຫຼອດ.

[ ຂໍ້ມູນຈາກ: K@ poo ]