ແຟງລັງ ເຂົ້າຮ່ວມອົງການນາໂຕຢ່າງເປັນທາງການ

60

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສຳນັກງານປະທານາທິບໍດີ ແຟງລັງ ລາຍງານວ່າ ແຟງລັງ ເຂົ້າເປັນສະມາຊິກລຳດັບທີ 31 ຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ ຫຼື ນາໂຕ ( NATO ) ຢ່າງເປັນທາງການ.

ไม่มีคำอธิบายรูปภาพ

ເນື້ອໃນຖະແຫຼງການລະບຸວ່າ: ທ່ານ ຊາອູລີ ນີນີສເຕອະ ປະທານາທິບໍດີແຟງລັງ ທ່ານ ເປັກກາ ຮາວິສໂຕ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ອັນຕີ ໄຄ ໂຄເນນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຟງລັງ ຈະເຂົ້າຮ່ວມໃນພິທີດັ່ງກ່າວ ຢູ່ສຳນັກງານໃຫຍ່ອົງການ ນາໂຕ ທີ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ.

ไม่มีคำอธิบายรูปภาพ