ເອສະຣາ ພາດທ່າຖືກ ຫຼວງພະບາງ ໄລ່ຕີສະເໝີ ແຕ່ຍັງດີພໍຢຶດອັນດັບ 3 ຂອງຕາຕະລາງຄແນນລວມ

106

ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2023 ອາທິດທີ 6 ນັດ ນັດຕົກຄ້າງແຂ່ງຂັນໃນວັນທີ 5 ເມສາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເປັນການພົບກັນລະຫວ່າງ ເອສະຣາ ເອັຟຊີ ທີມອັນດັບ 3 ຂອງຕາຕະລາງຄະແນນລວມ ພົບກັບ ຫຼວງພະບາງ ທີມອັນດັບ 6 ຂອງຕາຕະລາງຄະແນນລວມ.

ຜ່ານການແຂ່ງຂັນປາກົດວ່າ: ເອສະຣາ ເອັຟຊີ ຂຶ້ນນໍາໄປກ່ອນ 2-0 ຈາກການຍິງຂອງ ອາທິດ ຫຼວງລາດ ນາທີ 17 ແລະ ແກ້ວວຽງເພັດ ລິດທິເດດ ນາທີ 28 ກ່ອນຈົບເຄິ່ງເວລາທໍາອິດ ເອສະຣາ ຂຶ້ນນໍາ 2-0, ສ່ວນເຄິ່ງເວລາທີ 2 ຫຼວງພະບາງ ໄລ່ຕີສະເໝີເປັນ 2-2 ຈາກການຍິງຂອງ ສົມລິດ ແສງວັນນີ ນາທີ 57 ແລະ ຈ່ຳ ວັນປະເສີດ ນາທີໆ 61, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເພີ່ມສະເໝີກັນ 2-2.

ຈາກຜົນການແຂ່ງຂັນດັ່ງກ່າວເຮັດໃຫ້ ເອສະຣາ ເອັຟຊີ ເກັບເພີ່ມເປັນ 8 ຄະແນນຈາກ 6 ນັດຢຶດອັນດັບທີ 3 ຂອງຕາຕະລາງຄະແນນລວມ, ສ່ວນ ຫຼວງພະບາງ ເກັບເພີ່ມເປັນ 6 ຄະແນນຈາກ 6 ນັດຢູ່ອັນດັບທີ 6 ຂອງຕາຕະລາງຄະແນນລວມ. ຂະນະທີ່ ທີມນໍາຍັງເປັນຂອງ ຊ້າງນ້ອຍ ເອັຟຊີ ຍັງຮັກສາສະຖິຕິຊະນະລວດ 6 ນັດມີ 18 ຄະແນນ ແລະ ອັນດັບ 2 ມາສເຕີ 7 ເອັຟຊີ ມີ 12 ຄະແນນຈາກ 6 ນັດເທົ່າກັນ.
ຂ່າວ: Larh Creators; ຮູບຈາກ: ສຕລ