ປະກາດແຕ່ງຕັ້ງຫຼາຍຕຳແໜ່ງສຳຄັນໄປປະຈຳຢູ່ດ່ານພາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1

165

ໃນວັນທີ 3 ເມສາ 2023 ນີ້, ທີ່ດ່ານພາສີທ່າບົກ-ທ່ານາແລ້ງ, ໄດ້ມີພິທີແຕ່ງຕັ້ງພະນັກງານປະຈຳການ ຢູ່ດ່ານຳາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1, ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍຣະດາ ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 6 people and people standing
ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ກໍ່ເພື່ອໃຫ້ການຈັດຕັ້ງມີຄວາມກະທັດຮັດ, ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມໂລ່ງລ່ຽນ, ການບໍລິການ ມີຄວາມວ່ອງໄວຂຶ້ນກວ່າເກົ່າ. ເຊິ່ງລັດຖະມົນຕີກະຊວງການເງິນ ຕົກລົງແຕ່ງຕັ້ງພະນັກງານປະຈຳການຢູ່ດ່ານພາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 ມີລາຍຊື່ດັ່ງນີ້:

May be an image of 5 people

ແຕ່ຕັ້ງ ທ່ານ ສຸກສະຫວັນ ບົວພາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ເປັນຫົວໜ້າດ່ານພາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຢູ່ທ່າບົກ-ທ່ານາແລ້ງ), ແຕ່ງຕັ້ງ ທ່ານ ຄຳເພັດ ສີລາວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ເປັນຮອງຫົວໜ້າດ່ານທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຂົວມິດຕະພາບ 1), ແຕ່ງຕັ້ງ ທ່ານ ນາງ ສີຈະເລີນ ພັນດານຸວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ເປັນຮອງຫົວໜ້າດ່ານທ່າບົກ-ທ່ານນາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຢູ່ຂົວມິດຕະພາບ 1), ແຕ່ງຕັ້ງ ທ່ານ ນາງ ທິບມະນີ ແກ້ວບຸນພັນ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ເປັນຮອງຫົວໜ້າດ່ານທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຂົວມິດຕະພາບ 1).

May be an image of 3 people

ແຕ່ງຕັ້ງ ທ່ານ ຖະໜອມສິດ ຂາວພິບານ ຫົວໜ້າຫ້ອງການພາສີປະຈຳທ່າບົກ-ທ່ານາແລ້ງ ເປັນຮອງຫົວໜ້າດ່ານພາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຢູ່ທ່າບົກ-ທ່ານາແລ້ງ, ແຕ່ງຕັ້ງ ທ່ານ ສົມບູນ ພົມມະຈັນ ຮອງຫົວໜ້າຫ້ອງການພາສີປະຈຳທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 ( ປະຈຳການຢູ່ທ່າບົກ-ທ່ານາແລ້ງ), ແຕ່ງຕັ້ງ ທ່ານ ສົມໃຈ ໄຊຍະວົງ ຮອງຫົວໜ້າຫ້ອງການພາສີປະຈຳທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຢູ່ທ່າບົກ-ທ່ານາແລ້ງ ແລະ ແຕ່ງຕັ້ງ ທ່ານ ພອນປະເສີດ ນະລືໂຄດ ຮອງຫົວໜ້າຫ້ອງການພາສີທ່າບົກ-ທ່ານາແລ້ງ ເປັນຮອງຫົວໜ້າດ່ານພາສີທ່າບົກ-ທ່ານາແລ້ງ ແລະ ຂົວມິດຕະພາບ 1 (ປະຈຳການຢູ່ທ່າບົກ-ທ່ານາແລ້ງ).

May be an image of 1 person, sitting, standing, flower and indoor
ໂອກາດດັ່ງ, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອລົມ ແລະ ໃຫ້ທິດຊີ້ນຳເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານສືບຕໍ່ເຮັດໃຫ້ວຽກງານຂອງຂະແໜງພາສີໃຫ້ມີຄວາມທັນສະໄໝ, ໃຫ້ມີຄວາມໂລ່ງລ່ຽນ, ການບໍລິການມີຄວາມວ່ອງໄວຂຶ້ນ ແລະ ມີຄວາມກ້າວໜ້າຂຶ້ນກວ່າເກົ່າອີກດ້ວຍ.

May be an image of 10 people and people standing