ທີມຊາດລາວ ຊ້ອມເຂັ້ມຂຸ້ນ 5 ວັນເຕັມ ກ່ອນລ້າງຕາກັບ ເຈົ້າພາບ ແລງມື້ນີ້

203

ພາຍຫຼັງທີ່ ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທີ 2 ບຽດເອົາຊະນະ ບູຖານ 2-1 ເມື່ອວັນທີ 25 ມີນາ 2023 ກໍຊ້ອມຕໍ່ເນື່ອງຈົນວັນທີ 30 ມີນາ 2023 ຄົບ 5 ວັນເຕັມ ກ່ອນລົງສະໜາມນັດຊີງຊະນະເລີດລ້າງຕາກັບ ເຈົ້າພາບ ເນປານ ໃນການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ໃນວັນທີ 31 ມີນາ 2023 ເວລາ 18:45 ໂມງຕາມເວລາໃນບ້ານເຮົາ.

ທີມຊາດລາວ ຊຸດໃຫຍ່ ເຂົ້າຮອບຊີງດ້ວຍປະຕິຫານນາທີໆສຸດທ້າຍນາທີໆ 90 ຫຼັງຈາກທີ່ ເນປານ ຍິງປະຕູຕີສະເໝີ ບູຖານ 1-1 ເມື່ອວັນທີ 28 ມີນາ 2023 ທີ່ຜ່ານມາ ເຮັດໃຫ້ ທີມຊາດລາວ ເຂົ້າຮອບດ້ວຍຜົນງານລົງສະໜາມ 2 ນັດມີ 3 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມໄປພົບກັບ ເນປານ ທີມອັນດັບ 1 ຂອງຕາຕະລາງທີ່ລົງສະໜາມ 2 ນັດມີ 4 ຄະແນນ, ສ່ວນ ບູຖານ ຕົກຮອບໄປຈາກຜົນງານມີ 1 ຄະແນນ.

ຖືວ່າເປັນຄວາມໄດ້ປຽບເລັກໜ້ອຍເລື່ອງໄລຍະເວລາໃນການພັກຟື້ນ ແລະ ຊ້ອມສໍາລັບ ທີມຊາດລາວ ທີ່ໄດ້ພັກ ແລະ ຊ້ອມເຖິງ 5 ມື້ກ່ອນລົງສະໜາມນັດຊີງຊະນະເລີດພົບກັບ ເນປານ ( ທີ່ຫາກໍລົງແຂ່ງຂັນນັດທີ 2 ເມື່ອວັນທີ 28 ມີນາ 2023 ຫຼື ໄດ້ພັກ ແລະ ຊ້ອມ 2 ມື້ກ່ອນແຂ່ງຂັນ ) ຕ້ອງມາເບິ່ງວ່າທີມຊາດລາວ ຈະສາມາດລ້າງຕາໄດ້ຫຼືບໍ? ເພາະນັດທໍາອິດ ທີມຊາດລາວ ເສຍໃຫ້ກັບ ເນປານ 0-2.

ກ່ອນການແຂ່ງຂັນ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງທີມຊາດລາວ ໃຫ້ສໍາພາດວ່າ: ດີໃຈຫຼາຍທີ່ໄດ້ລາງວັນນັກເຕະດີເດັ່ນນັດທີ່ພາ ທີມຊາດລາວ ເອົາຊະນະ ບູຖານ 2-1 ທີ່ສາມາດຍິງໄດ້ 2 ປະຕູ ເຊິ່ງຕ້ອງຍົກຜົນງານດັ່ງກ່າວໃຫ້ກັບໝົດທຸກຄົນໃນທີມທີ່ມີຄວາມສາມັກຄີ ແລະ ເປັນຈິດໜຶ່ງໃຈດຽວ ແນ່ນອນພວກເຮົາຊ້ອມກັນຢ່າງຕໍ່ເນື່ອງ ຫຼັງນັດດັ່ງກ່າວ ເພື່ອກຽມພ້ອມເພື່ອລຸ້ນລ້າງຕ້າກັບເຈົ້າພາບ ໃນນັດຊີງຊະນະເລີດ.
ຂ່າວ: Larh Creators; ຮູບ: ສຕລ