ແອັດສະປາຍ ເລັ່ງຍົກຍ້າຍປະຊາຊົນ 1.500 ຄົນ ຫຼັງໄຟໄໝ້ປ່າຮຸນແຮງ

37

ສຳນັກຂ່າວຣອຍເຕີ ລາຍງານວ່າ: ເຈົ້າໜ້າທີ່ດັບເພີງຂອງແອັດສະປາຍ ເລັ່ງສະກັດກັ້ນໄຟໄໝ້ປ່າຮຸນແຮງເປັນຄັ້ງທຳອິດຂອງປີ 2023 ຢູ່ທາງພາກຕາເວັນອອກຂອງປະເທດ ສົ່ງຜົນໃຫ້ປະຊາຊົນ ປະມານ 1.500 ຄົນ ຕ້ອງຍົກຍ້າຍໄປຢູ່ເຂດປອດໄພ ຫຼັງຈາກໄຟໄໝ້ປ່າສ້າງຄວາມເສຍຫາຍເປັນບໍລິເວນກວ້າງ ຫຼາຍກວ່າ 3.000 ເຮັກຕາ.

อาจเป็นรูปภาพของ แสงอาทิตย์ลับขอบฟ้า, ธรรมชาติ, ต้นไม้ และ ท้องฟ้า

ປັດຈຸບັນເຈົ້າໜ້າທີ່ດັບເພີງຫຼາຍກວ່າ 500 ຄົນ ໄດ້ລົງພື້ນທີ່ ແລະ ນຳໃຊ້ແຮລິຄອບເຕີຄວບຄຸມໄຟປ່າ ແຕ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ ເນື່ອງຈາກມີລົມພັດແຮງ ແລະ ອຸນຫະພູມສູງກວ່າປົກກະຕິ.

อาจเป็นรูปภาพของ ไฟ และ กลางแจ้ง