ຄຳຕອບທີ່ຢາກຮູ້ ຊີ້ແຈງການປິດຕະຫຼາດກາງຄືນສີຫອມ

526

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ(ອຄ.ນວ) ຈັດຖະແຫຼງຂ່າວຊີ້ແຈງການປິດຕະຫຼາດນັດກາງຄືນສີຫອມ ຂຶ້ນທີ່ພະແນກ ອຄ.ນວ ໃນວັນທີ 24 ມີນາ 2023 ເຂົ້າຮ່ວມຖະແຫຼງຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກພະແນກ ອຄ.ນວ, ທ່ານ ແສງສາທິດ ພິມເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຈັນທະບູລີ, ທ່ານ ຄໍາໝອນ ຈອມມະນີວົງ ຫົວໜ້າຂະແໜງເຄຫະ ແລະ ຜັງເມືອງ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.


ທ່ານ ນັນຕາ ສານຸວົງ ກ່າວວ່າ: ການຄ້າຂາຍຢູ່ຖະໜົນແຫ່ງບຸນ ກວມເອົາ 3 ບ້ານຄື ບ້ານຫາຍໂສກ ບ້ານມີໄຊ ແລະ ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຖະໜົນດັ່ງກ່າວມີການຄ້າຂາຍມາດົນແລ້ວ ແຕ່ໄລຍະກ່ອນບໍ່ທັນຫຼາຍ ອີງຕາມການລົງສຳຫຼວດໃນເດືອນມິຖຸນາ ແລະ ກໍລະກົດ ປີຜ່ານມາ ແມ່ນມີປະມານ30-40ຮ້ານ ແຕ່ປັດຈຸບັນມີເຖິງ204ຮ້ານ.
ເຫດຜົນຫຼັກທີ່ໃຫ້ຍົກຍ້າຍແມ່ນອີງຕາມມະຕິຂອງອົງການປົກຄອງນະຄອນຫຼວງວຽງຈັນ ໃນເດືອນມັງກອນ2023; ກົດໝາຍວ່າດ້ວຍທາງຫຼວງ; ປະຕິບັດຕາມນະໂຍບາຍ6ສໍ ຂອງນະຄອນຫຼວງວຽງຈັນວາງອອກ; ການກະກຽມການເປັນເຈົ້າພາບ ພາບກອງປະຊຸມອາຊຽນປີ 2024 ທີ່ສປປລາວ ແລະ ປະຕິບັດຕາມຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ1184/ຈນວ ລົງວັນທີ 20 ທັນວາ 2017.


ດ້ວຍເຫດຜົນ 5 ປະການດັ່ງກ່າວ ຈິ່ງໃນອອກແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ 2 ສະບັບ ເພື່ອໃຫ້ຢຸດເຊົາຄ້າຂາຍ.ກ່ອນຈະອອກແຈ້ງການ ກໍມີການແຕ່ງຕັ້ງຄະນະຮັບຜິດຊອບທີ່ມາຈາກຫຼາຍພາກສ່ວນຂອງນະຄອນຫຼວງວຽງຈັນ, ທັງເມືອງ, ອຳນາດການປົກຄອງບ້ານ, ຜູ້ປະກອບການ ເຊິ່ງມີການປຶກສາຫາລືກັນຫຼາຍຄັ້ງ ເພື່ອແຈ້ງໃຫ້ປະຊາຊົນທີ່ມາຄ້າຂາຍເຂດນັ້ນໃຫ້ຢຸດຕິເນື່ອງຈາກເປັນເຂດຊຸມຊົນ ແລະ ມີຄວາມແອອັດ.


ໂດຍໄດ້ມີການເຮັດບົດບັນທຶກ ຮ່ວມກັບຜູ້ປະກອບການ, ຜູ້ສຳປະທານ ແລະ ນາຍບ້ານ. ຈາກນັ້ນຈິ່ງໄດ້ອອກແຈ້ງການ 2 ສະບັບຄື ສະບັບເລກທີ0193/ອຄນວ.ຄພນ ລົງວັນທີ 3 ກຸມພາ 2023 ແລະ ສະບັບເລກທີ0457/ອຄນວ. ຄພນ ລົງວັນທີ23 ມີນາ 2023. ແຈ້ງການແຕ່ລະຄັ້ງກໍໄດ້ກຳນົດຈະແຈ້ງຄື:


1. ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ທີ່ດໍາເນີນການບໍລິການ ແລະ ຂາຍໃນສະຖານທີ່ ທາງຄົນຍ່າງ, ໃຊ້ເນື້ອທີ່ທາງຍ່າງເປັນບ່ອນບໍລິການຊື້-ຂາຍ ໃຫ້ກະກຽມຢຸດເຊົາ ແລະ ຍົກຍ້າຍອອກໄປຂາຍຢູ່ສະຖານທີ່ໃໝ່ ທີ່ໄດ້ຮັບອະນຸຍາດເລີ່ມແຕ່ ວັນທີ 24 ມີນາ 2023 ເປັນຕົ້ນໄປ;
2. ສຳລັບຜູ້ປະກອບການ, ພໍ່ຄ້າຊາວຂາຍທີ່ດຳເນີນການບໍລິການ ແລະ ຂາຍຢູ່ພາຍໃນອາຄານ ຫຼື ຫ້ອງແຖວແມ່ນໃຫ້ເອົາໃຈໃສ່ຈັດສັນສິນຄ້າ ແລະ ການບໍລິການຢູ່ພາຍໃນພື້ນທີ່ຂອງຕົນເອງ ບໍ່ໃຫ້ລາມອອກມາໃສ່ທາງຍ່າງ ແລະ ເສັ້ນທາງເດັດຂາດ ພ້ອມທັງມີການຕົກແຕ່ງຮ້ານໃຫ້ມີຄວາມຈົບງາມ;


3. ຜູ້ປະກອບການ, ພໍ່ຄ້າ, ຊາວຄ້າຂາຍທີ່ດໍາເນີນການບໍລິການຢູ່ຈຸດດັ່ງກ່າວ ຈົ່ງໃຫ້ຄວາມຮ່ວມມືກັບຄະນະກໍາມະການທີ່ລົງຈັດຕັ້ງປະຕິບັດໃນຄັ້ງນີ້;
4. ການຈັດຕັ້ງທຸກພາກສ່ວນ, ຜູ້ປະກອບການ ແລະ ຊາວຄ້າຂາຍ ຈົ່ງໃຫ້ຄວາມຮ່ວມມືໃນການຈັດສັນໃນຄັ້ງນີ້.ຖ້າມີການລະເມີດ ຈະໄດ້ປະຕິບັດຕາມລະບຽບການ;
ນັບຕັ້ງແຕ່ວັນທີ 24 ມີນາ 2023 ເປັນຕົ້ນໄປ ໃຫ້ຜູ້ປະກອບການຢຸດເຊົາ ແລະ ຍົກຍ້າຍອອກໄປຂາຍຢູ່ສະຖານທີ່ໃໝ່ທີ່ພາກລັດໄດ້ອະນຸຍາດຄື: ຈຸດທໍາອິດແມ່ນ ແຄມຂອງເບື້ອງລຸ່ມ ແລະ ຈຸດທີ 2 ຢູ່ຫຼັງວິຈິດສິນ