ໄທ ປະກາດຍຸບສະພາ ເປີດທາງສູ່ການເລືອກຕັ້ງໃໝ່

47

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄທ ໄດ້ປະກາດຍຸບສະພາ ເພື່ອເປີດທາງສູ່ການເລືອກຕັ້ງທົ່ວໄປ ເຊິ່ງຄາດວ່າຈະມີຂຶ້ນໃນເດືອນພຶດສະພາຈະເຖິງນີ້ ເຊິ່ງການເລືອກຕັ້ງຄັ້ງນີ້ ຈະເປັນການແຂ່ງຂັນດຸເດືອດ ລະຫວ່າງ ພັກຝ່າຍອະນຸລັກນິຍົມ ກັບ ພັກຝ່າຍເສລີນິຍົມ ທີ່ນຳໂດຍພັກເພື່ອໄທ ເຊິ່ງເປັນພັກໃຫຍ່, ຂະນະທີ່ຜົນສຳຫຼວດພົບວ່າ ຄະແນນນິຍົມຂອງນາງ ແພທອງທານ ຫຼື ອຸ້ງອິ້ງ ມາເປັນອັນດັບ 1.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ບີບີຊີ ລາຍງານວ່າ: ເຖິງແມ່ນວ່າຍັງບໍ່ມີການກຳນົດວັນເລືອກຕັ້ງທີ່ຊັດເຈນ ແຕ່ບັນດາພັກການເມືອງໄດ້ລົງພື້ນທີ່ຫາສຽງກ່ອນໜ້ານີ້ແລ້ວ, ຂະນະທີ່ຜົນສຳຫຼວດຂອງຫຼາຍສຳນັກໂພລ ( ສຳນັກວິໄຈ ) ລະບຸວ່າ ພັກເພື່ອໄທຈະມີຄະແນນສຽງມາເປັນອັນດັບ 1, ແຕ່ຈະມີຄະແນນສຽງພຽງພໍທີ່ສາມາດຮວບຮວມສຽງຈັດຕັ້ງລັດຖະບານໄດ້ ຫຼື ບໍ່? ເນື່ອງຈາກຝ່າຍອະນຸລັກນິຍົມ ມີສະມາຊິກວຸດທິສະພາ ( ສ.ວ ) ຍັງມີສິດອອກສຽງສະໜັບສະໜູນໃນການເລືອກນາຍົກລັດຖະມົນຕີຢູ່, ບັນຫາດັ່ງກ່າວ ຈຶ່ງເປັນສິ່ງທີ່ວິຕົກກັງວົນໃນກຸ່ມມວນຊົນທີ່ສະໜັບສະໜູນຝ່າຍເສລີນິຍົມເປັນຢ່າງຍິ່ງ.