ທີມຊາດລາວ ຊຸດໃຫຍ່ ເດີນທາງຮອດ ເນປານ ພ້ອມລົງຊ້ອມແລ້ວ; ມື້ອື່ນລົງສະໜາມພົບ ເຈົ້າພາບ

93

ທີມຊາດລາວ ຊຸດໃຫຍ່ ເດີນທາງຮອດທີ່ໝາຍເປັນທີ່ຮຽບຮ້ອຍ ເມື່ອວັນທີ 20 ມີນາ 2023 ພ້ອມໄດ້ລົງຊ້ອມຄັ້ງທໍາອິດຢ່າງເປັນທາງການ ເພື່ອກຽມລົງແຂ່ງຂັນລາຍການອຸ່ນເຄື່ີອງຕາມປະຕິທິນຂອງ ຂອງ FIFA day ທີ່ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.

ແນ່ນອນວ່າ ທີມຊາດລາວ ຊຸດນີ້ ນໍາໂດຍ ສຸກອາພອນ ວົງຈຽງຄໍາ ກອງກາງປະສົບການສູງ ພາຍໃນທີມກຽມນໍາພານ້ອງໆລົງແຂ່ງຂັນລາຍການດັ່ງກ່າວ ໂດຍນັກເຕະທີ່ໜ້າຈັບຕາກໍມີ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຈາກ ຊ້າງນ້ອຍ ເອັຟຊີ ແລະ ໄມເຄິລ ວ່າງ ນັກເຕະລູກເຄິ່ງລາວ-ອາເມຣິກາ ຈາກສະໂມສອນໃນສະຫະລັດອາເມຣິກາ ໄດ້ເດີນທາງມາຊ່ວຍສົມທົບກັບນັກເຕະທັງເກົ່າ ແລະ ໃໝ່ ທີ່ໜ້າຕິດຕາມ ເຊິ່ງໃນຕອນແລງຂອງວັນທີ 20 ມິນາ 2023 ຫຼັງຈາກເດີນທາງຮອດເນປານ ທີມຊາດລາວ ກໍໄດ້ລົງຊ້ອມຄັ້ງທໍາອິດ ພ້ອມໜ້າພ້ອມຕາ ແລະ ບັນຍາກາດເຕັມໄປດ້ວຍຄວາມເຂັ້ມຂຸ້ນ.

ທີມຊາດລາວ ຊຸດໃຫຍ່ ທີ່ຈະຮັບມືກັບ ເນປານ ( ເຈົ້າພາບ ) ແລະ ບູຖານ ແຂງຂັນແບບພົບກັນໝົດ ຄັດເອົາອັນດັບ 1 ແລະ ອັນດບັ 2 ເຂົ້າໄປຊີງຊະນະເລີດ ໂດຍຕາຕະລາງແຂ່ງຂັນທຸກໆນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu ປະເທດເນປານ ມີດັ່ງນີ້:

– ເວລາ 18:00 ໂມງວັນທີ 22 ມີນາ 2023 ທີມຊາດເນປານ ພົບ ທີມຊາດລາວ
– ເວລາ 18:00 ໂມງວັນທີ 25 ມີນາ 2023 ທີມຊາດລາວ ພົບ ທີມຊາດບູຖານ
– ເວລາ 18:00 ໂມງວັນທີ 28 ມີນາ 2023 ທີມຊາດເນປານ ພົບ ທີມຊາດບູຖານ
– ເວລາ 18:00 ໂມງວັນທີ 31 ມີນາ 2023 ຮອບຊີງຊະນະເລີດ (ທີມອັນດັບ 1 ຊີງກັບ ທີມອັນດັບ 2)
ຂ່າວ: Larh Creators; ຮູບຈາກ: ສຕລ