ທີມບານເຕະຄົນພິການລາວ ຮ່ວມຊີງໄຊລາຍການລະດັບອາຊີ ທີ່ປະເທດໄທ ນັດທໍາອິດພົບ ອິນເດຍ

37

ຮ່ວມເປັນກໍາລັງໃຈເຊຍ ທີມບານເຕະຄົນພິການລາວ ເຂົ້າຮ່ວມການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ທີ່ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023

ສໍາລັບ ລາຍການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3 ໂດຍການແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 15 ມີນາ 2023 ເປັນມື້ທໍາອິດຂອງການແຂ່ງຂັນ ເຊິ່ງຕາຕະລາງແຂ່ງຂັນມີດັ່ງນີ້:

+ວັນທີ 15 ມີນາ 2023:
-ເວລາ 17:30 ໂມງ ໄທ ພົບ ຄາຊັກສະຖານ
-ເວລາ 19:30 ໂມງ ອິນເດຍ ພົບ ລາວ

+ວັນທີ 16 ມີນາ 2023:
-ເວລາ 16:00 ໂມງ ລາວ ພົບ ຄາຊັກສະຖານ
-ເວລາ 18:00 ໂມງ ໄທ ພົບ ອິນເດຍ

+ວັນທີ 17 ມີນາ 2023:
-ເວລາ 16:00 ໂມງ ອິນເດຍ ພົບ ຄາຊັກສະຖານ
-ເວລາ 18:00 ໂມງ ລາວ ພົບ ໄທ

+ວັນທີ 18 ມີນາ 2023:
-ເວລາ 8:00 ໂມງ ນັດຊີງອັນດັບ 3
-ເວລາ 16:30 ໂມງ ນັດຊີງຊະນະເລີດ

ສໍາລັບ ທັບນັກກີລາຄົນພິການລາວ ໄດ້ເດີນທາງໄປປະເທດໄທ ຕັ້ງແຕ່ວັນທີ 11 ມີນາ 2023 ນໍາໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ທັງເປັນຜູ້ບໍລິຫານງານສະໜາມບານເຕະ ເຟີຣາຣີ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ເດີນທາງໄປຄັ້ງນີ້ 10 ກວ່າທ່ານ.
ຂ່າວ: Larh Creators