ຈີດີພີ ຂອງຈີນ ເພີ່ມຂຶ້ນ 3% ໃນປີຜ່ານມາ

20

ສຳນັກຂ່າວ CRI ລາຍງານວ່າ: ຕາມການຄິດໄລ່ເບື້ອງຕົ້ນ ລວມຍອດຜະລິດຕະພັນພາຍໃນປະເທດ ( GDP ) ຂອງຈີນ ໃນປີ 2022 ຄິດເປັນມູນຄ່າ 121.020 ຕື້ກວ່າຢວນ ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2021. ໃນນັ້ນ, ຂະແໜງການກະສິກຳ ມີມູນຄ່າເພີ່ມຂຶ້ນ 4,1% ຫຼື ເພີ່ມຂຶ້ນປະມານ 8.834 ຕື້ກວ່າຢວນ ເມື່ອທຽບໃສ່ປີ 2021; ຂະແໜງອຸດສາຫະກຳມີມູນຄ່າເພີ່ມຂຶ້ນ 3,8% ຫຼື ເພີ່ມຂຶ້ນປະມານ 48.316 ຕື້ກວ່າຢວນ; ສ່ວນຂະແໜງການບໍລິການມີມູນຄ່າເພີ່ມຂຶ້ນ 2,3% ຫຼື ເພີ່ມຂຶ້ນປະມານ 63.869 ຕື້ກວ່າຢວນ.

อาจเป็นรูปภาพของ ท้องฟ้า และ ตึกระฟ้า

ຮອດທ້າຍປີ 2022 ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ຢູ່ໃນລະດັບ 3.127 ຕື້ກວ່າໂດລາສະຫະລັດ ຫຼຸດລົງ 122 ຕື້ກວ່າໂດລາສະຫະລັດ ເມື່ອທຽບໃສ່ປີ 2021.

อาจเป็นรูปภาพของ ตึกระฟ้า และ ท้องฟ้า