ຜູ້ນຳຣັດເຊຍ ຢືນຢັນເສດຖະກິດ ຣັດເຊຍ ຍັງເຂັ້ມແຂງ

136

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ຖະແຫຼງນະໂຍບາຍປະຈຳປີ ( State of the Nation Address ) ຕໍ່ສະພາຣັດເຊຍວ່າ ເຖິງວ່າ ຣັດເຊຍ ຈະປະເຊີນກັບການຂວ້ຳບາດຈາກບັນດາປະເທດຕາເວັນຕົກ ແຕ່ເສດຖະກິດຣັດເຊຍ ຍັງມີ ຄວາມເຂັ້ມແຂງ ໂດຍຄ່າຂອງເງິນຣຸບ ( ຣູເບີ້ລ ) ແຂງຄ່າຂຶ້ນ, ໃນຂະນະດຽວກັນອັດຕາການວ່າງງານຫຼຸດລົງສູ່ລະດັບຕ່ຳສຸດເປັນປະຫວັດການທີ່ 3,7%.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ປະທານາທິບໍດີ ປູຕິນ ຍັງກ່າວອີກວ່າ: ລັດຖະບານຣັດເຊຍ ບໍ່ຈຳເປັນຕ້ອງໄປກູ້ເງິນຈາກຕ່າງປະເທດ, ໃນຂະນະດຽວກັນລະບົບທະນາຄານຂອງຣັດເຊຍ ກໍມີສະຖຽນລະພາບ, ມີສະພາບຄ່ອງໃນລະດັບດີ ເຊິ່ງລັດຖະບານຈະປະກາດປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເລີ່ມແຕ່ເດືອນມັງກອນປີ 2024 ເປັນຕົ້ນໄປ.

อาจเป็นรูปภาพของ 4 คน และ ผู้คนกำลังยืน