ປະທານບານເຕະຄົນພິການ ນວ ຢືນຢັນສືບຕໍ່ພັດທະນານັກກິລາຫຼຽນຄຳ ພາຣາເກມ ສູ່ເວທີສາກົນ

46

ປະທານສະຫະພັນບານເຕະຄົນພິການຕາ ນະຄອນຫຼວງວຽງຈັນ ຫຼື ນວ ຢືນຢັນຈະສືບຕໍ່ສົ່ງເສີມການພັດທະນາທັບນັກກິລາເຕະບານຄົນພິການຕາ ນວ ຊຸດສ້າງຜົນງານຄັ້ງປະຫວັດສາດ ໃນການຄວ້າຫຼຽນຄຳ ງານກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ມາໃໝ່ໆໝາດໆ ໃຫ້ມີການເຄື່ອນໄຫວຕໍ່ເນື່ອງຢ່າງມີຄຸນະພາບ ແນໃສ່ກຽມສ້າງຜົນງານໃນເວທີພາກພື້ນ ແລະ ສາກົນ ສ້າງກຽດຊື່ສຽງໃຫ້ແກ່ນະຄອນຫຼວງ ກໍຄື ປະເທດຊາດ ໂດຍສະເພາະໃນເດືອນມີນານີ້ ຈະນຳພານັກກິລາຄົນພິການລາວ ຮ່ວມແຂ່ງຂັນລາຍການ ລະດັບນາໆຊາດ ທີ່ປະເທດໄທ.

ຫຼັງສິ້ນສຸດພາລະກິດການນຳພາທັບນັກກິລາຄົນພິການຕາ ນວ ຄວ້າຫຼຽນຄຳ ການແຂ່ງຂັນກິລາບານເຕະຄົນພິການຕາ ຊຽງຂວາງ ພາຣາເກມ 2023 ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາ ນວ ກໍໃຫ້ສຳພາດວ່າ: ຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຮັດສຸດຄວາມສາມາດ ສຸດກຳລັງທຸ້ມເຫື່ອເທແຮງ ທຸກສິ່ງທຸກຢ່າງ ເພື່ອນຳເອົາຫຼຽນຄຳ ໃຫ້ເປັນກຽດຊື່ສຽງມາສູ່ພໍ່ແມ່ປະຊາຊົນ ກໍຄື ການນຳ ນະຄອນຫຼວງວຽງຈັນ ໃຫ້ມີຄວາມພາກພູມໃຈ ໃນຄະນະສະຫະພັນບານເຕະຄົນພິການ ນະຄອນຫຼວງ ຊຸດໃໝ່ຂອງພວກເຮົານີ້ ກ່ອນອື່ນໝົດກໍຂໍສະແດງຄວາມຂອບໃຈມາຍັງພໍ່ແມ່ປະຊາຊົນຊາວ ຕະຫຼອດການນຳ ນະຄອນຫຼວງ ທັງໝົດທີ່ໃຫ້ກຳລັງໃຈ. ແນວໃດກໍດີ, ໃນຕໍ່ໜ້າ ກໍມີແຜນຈະສືບຕໍ່ສົ່ງເສີມການພັດທະນານັກກິລາໃນຊຸດນີ້ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະໃນມໍ່ໆນີ້ ຫາກວ່າທາງຄະນະນຳຂັ້ນເທິງ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງມາວ່າຈະໃຫ້ເປັນຄະນະບໍລິຫານງານສະຫະພັນຄົນພິການແຫ່ງຊາດລາວ ລໍຖ້າພຽງຂໍ້ຕົກລົງ ຫາກເປັນໄປຕາມຄວາມຈິງແທ້ ຫຼື ຂ້າພະເຈົ້າບໍ່ຫຍຸ້ງບໍ່ຍາກກໍຈະພະຍາຍາມ ນຳພານັກກິລາຄົນພິການຕາລາວ ເຮັດໃຫ້ດີທີ່ສຸດ ຄືກັບ ຕົນເອງໄດ້ນຳພານະຄອນຫຼວງ ສ້າງຜົນງານຍາດໄດ້ຫຼຽນຄຳ ຊຽງຂວາງ ເກມ ຊຶ່ງແຜນຄິດໄວ້ໃນໃຈ ກໍຈະພານັກກິລາຮ່ວມເຄື່ອນໄຫວແຂ່ງຂັນລາຍການນອກປະເທດ ໂດຍສະເພາະໃນເດືອນມີນານີ້ ອາດຈະສົ່ງຮ່ວມແຂ່ງຂັນລາຍການເຕະບານ ຄົນພິການຕາ ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ.

ປະທານສະຫະພັນບານເຕະຄົນພິການຕາ ນະຄອນຫຼວງ ໃຫ້ຮູ້ຕື່ມອີກວ່າ: ຕໍ່ຜົນງານສຳເລັດດັ່ງກ່າວ ໃນສ່ວນຕົວ ກໍມີຄວາມພາກພູມໃຈເປັນຢ່າງສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງຄະນະນຳພັກ-ລັດ ທີ່ໄດ້ມີກິດຈະກຳດີໆ ຢູ່ແຂວງຊຽງຂວາງແຫ່ງນີ້ ຖືວ່າເປັນໂອກາດທີ່ດີ ທີ່ໃຫ້ນັກກິລາຄົນພິການໄດ້ໂຊຄວາມສາມາດ ແລະ ສີມືທຸກຢ່າງ ຊຶ່ງຄົນບາງສ່ວນອາດຈະມອງຂ້າມ ຫຼື ອາດຈະມອງບໍ່ເຫັນຄວາມສຳຄັນຂອງເຂົາເຈົ້າ ແຕ່ຂ້າພະເຈົ້າໄດ້ມີໂອກາດມາເຫັນຈຸດນີ້ ແລະ ຄວາມສຳຄັນຂອງນັກກິລາ ທຸກຄົນມີຈິດໃຈ ແລະ ມີທຸກສິ່ງທຸກຢ່າງ ມີຄວາມສາມາດຫຼາຍໆຢ່າງຄືກັບຄົນທົ່ວໄປ ໂດຍສະເພາະການຮ້ອງເພງ ແລະ ແຕ່ງເພງ ຕະຫຼອດຮອດການຫຼິ້ນກິລາ ສະນັ້ນ ກໍຂໍຮຽກຮ້ອງມາຍັງຄະນະນຳຂັ້ນເທິງໃຫ້ມີກິດຈະກຳແບບນີ້ເພີ່ມຂຶ້ນອີກ ເພື່ອສົ່ງເສີມນັກກິລາຄົນພິການລາວໄດ້ມີເວທີເຄື່ອນໄຫວ ແລະ ສະແດງຄວາມສາມາດຂອງເຂົາເຈົ້າອອກສູ່ສາຍຕາສັງຄົມລາວ ກໍຄື ສັງຄົມໂລກ.

ສຳລັບຜົນງານຂອງທັບນັກກິລາຄົນພິການຕາ ນວ ໃນການແຂ່ງຂັນບານເຕະ ຄົນພິການຕາ ຊຽງຂວາງ ພາຣາເກມ 2023 ທີ່ຈັດຂຶ້ນພຽງສອງວັນ ລະຫວ່າງ 15-16 ກຸມພາ ຜ່ານມາ ຊຶ່ງມີ 2 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ຮ່ວມຊີງໄຊແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີ 1 ແລະ ທີ 2 ໄປຊີງຫຼຽນຄຳ ແລະ ທີ 3 ໄດ້ຫຼຽນທອງຄ້ອງຄໍ ຜ່ານການແຂ່ງຂັນປະກົດວ່າ: ນະຄອນຫຼວງວຽງຈັນ ຍາດໄດ້ຫຼຽນຄຳ, ແຂວງວຽງຈັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ ຕໍຜົນງານດັ່ງກ່າວ ທາງປະທານສະຫະພັນບານເຕະຄົນພິການຕາ ນວ ກໍໄດ້ມອບເງິນໂບນັດ ຈຳນວນ 10 ລ້ານກວ່າກີບ ຊຸກຍູ້ຜົນງານຫຼຽນຄຳ ຄັ້ງປະຫວັດສາດອີກດ້ວຍ.
ຮູບ-ຂ່າວ: ສົງການ ພັນແພງດີ