ກາຕາ ບໍລິຈາກເຮືອນເຄື່ອນທີ່ໃຫ້ຜູ້ປະສົບໄພໃນ ຕວັກກີ – ຊີເຣຍ

14

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ຕວັກກີ – ຊີເຣຍ ເພີ່ມຂຶ້ນຫຼາຍກວ່າ 47 ພັນຄົນແລ້ວ, ໃນຂະນະທີ່ການຊ່ວຍເຫຼືອຈາກນານາຊາດ ຍັງຫຼັ່ງໄຫຼເຂົ້າສອງປະເທດທີ່ປະສົບໄພຢ່າງຕໍ່ເນື່ອງ, ຫຼ້າສຸດ ກາຕາ ໄດ້ປະກາດບໍລິຈາກເຮືອນເຄື່ອນທີ່ 10.000 ຫຼັງ ໃຫ້ແກ່ ຕວັກກີ ແລະ ຊີເຣຍ.

ເຈົ້າໜ້າທີ່ຂອງຕວັກກີ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ເມື່ອວັນທີ 6 ກຸມພາ ຜ່ານມາ ເພີ່ມຂຶ້ນເປັນ 40.698 ຄົນ ແລະ ບາດເຈັບຫຼາຍກວ່າ 108.000 ຄົນ, ໃນຂະນະທີ່ອົງການສະຫະປະຊາຊາດ ( ສປຊ ) ລາຍງານວ່າ: ຍອດຜູ້ເສຍຊີວິດໃນຊີເຣຍ ເພີ່ມຂຶ້ນເປັນ 6.460 ຄົນ ແລະ ບາດເຈັບ 14.500 ຄົນ ເຊິ່ງເມື່ອລວມທັງສອງປະເທດ ມີຜູ້ເສຍຊີວິດຢ່າງໜ້ອຍ 47.149 ຄົນ ແລະ ບາດເຈັບຫຼາຍກວ່າ 123.300 ຄົນ ເຊິ່ງ ສປຊ ໄດ້ສະແດງ ຄວາມກັງວົນຕໍ່ການສົ່ງມອບ ຄວາມຊ່ວຍເຫຼືອໃຫ້ແກ່ຊີເຣຍ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຢຸດຕິຄວາມຂັດແຍ່ງທາງການເມືອງໄວ້ກ່ອນ.

ທັງນີ້, ລັດຖະບານກາຕາ ໄດ້ປະກາດບໍລິຈາກເຮືອນເຄື່ອນທີ່ ຈຳນວນ 10.000 ຫຼັງ ເຊິ່ງເຄີຍນຳໃຊ້ຮອງຮັບບັນດາແຟນບານຈາກທົ່ວໂລກ ທີ່ເດີນທາງມາຊົມບານໂລກທີ່ ກາຕາ ເປັນເຈົ້າພາບເມື່ອທ້າຍປີ 2022 ຜ່ານມາ ໃຫ້ເປັນທີ່ຢູ່ອາໄສແກ່ຜູ້ປະສົບໄພແຜ່ນດິນໄຫວທັງໃນ ຕວັກກີ ແລະ ຊີເຣຍ.

ສື່ທ້ອງຖິ່ນຂອງຕວັກກີ ລາຍງານວ່າ: ພາລະກິດຄົ້ນຫາຜູ້ລອດຊີວິດຢູ່ໃຕ້ຊາກຫັກພັງຂອງອາຄານໄດ້ສິ້ນສຸດລົງ ນັບແຕ່ວັນທີ 19 ກຸມພາເປັນຕົ້ນໄປ, ຫຼັງຈາກນັ້ນ ຈະຫັນໄປໃຫ້ການຊ່ວຍເຫຼືອຜູ້ປະສົບໄພແທນ, ຍົກເວັ້ນ 2 ແຂວງ ທີ່ຍັງຕ້ອງສືບຕໍ່ຄົ້ນຫາກັນຕໍ່ໄປ ຄື: ແຂວງຄາຣາ ມັນມາ ຣາສ ແລະ ແຂວງຮາໄຕ.