ນະຄອນຫຼວງ ດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຄວ້າຫຼຽນຄຳບານເຕະ ຊຽງຂວາງ ພາຣາ ເກມ

40

ການແຂ່ງຂັນບານເຕະ ຄົນພິການຕາ ໃນງານກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາ ເກມ 2023 ຈັດຂຶ້ນພຽງສອງວັນ ລະຫວ່າງ 15-16 ກຸມພາ 2023 ໂດຍມີ 2 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ຮ່ວມຊີງໄຊແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ແລະ ທີ 2 ໄປຊີງຫຼຽນຄຳ ແລະ ທີ 3 ໄດ້ຫຼຽນທອງຄ້ອງຄໍ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາ ເກມ, ທ່ານ ນາງ ພິຈິກາ ປະດາວົງ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດກອງເຊຍຊາວເມືອງແປກ ເຂົ້າຮ່ວມ ແລະ ເຊຍຢ່າງຫຼວງຫຼາຍ.

ຜ່ານການແຂ່ງຂັນນັດຊີງຊະນະເລີດ ໃນເກມການແຂ່ງຂັນ 50 ນາທີ ຕັ້ງລະ 25 ນາທີ ທີມລະ 5 ຄົນ ເຕະ 4 ຮັບ 1 ປະກົດວ່າ: ທັງສອງທີມແຂ່ງຂັນກັນຢ່າງສູສີຜັດປ່ຽນກັນບຸກກັນຮັບຕ່າງຝ່າຍກໍມີໂອກາດຈົບສະກໍ ແຕ່ກໍເຮັດຫຍັງກັນບໍ່ໄດ້ໃນເຄິ່ງເວລາທຳອິດ ຍັງສະເໝີກັນ 0-0 ປະຕູ ແລະ ກັບມາແຂ່ງຂັນກັນໃນເຄິ່ງເວລາທີ 2 ແຂວງວຽງຈັນ ໃຊ້ຜູ້ຫຼິ້ນສອງຄົນ ເປັນແນວໜ້າບຸກ ແລະ ເປັນແຂວງວຽງຈັນ ໄດ້ປະຕູອອກນຳໄປກ່ອນ 1-0 ຈາກການຍິງຂອງ ສຸກ ກ່ອນທີ່ ນະຄອນຫຼວງ ຈະໄລ່ຕີສະເໝີ 1-1 ທັນຄວັນຈາກການສັງຫານຈຸດໂທດຂອງ ສົມສັກ.

ຈາກນັ້ນ ກຳມະການຕັດສິນກໍເປົາໝາກວີດຈົບການແຂ່ງຂັນ ສົ່ງຜົນໃຫ້ທັງສອງທີມຕ້ອງມາດວນຈຸດໂທດ ແລະ ເປັນທັບນັກກິລາບານເຕະຄົນພິການຕາ ນະຄອນຫຼວງວຽງຈັນ ຍິງແມ້ນກວ່າດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຄວ້າຫຼຽນຄຳ ໄປຄອງ, ສ່ວນ ແຂວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.
ຂ່າວ-ຮູບຈາກ:​ ສົງການ ລາຍງານຈາກແຂວງຊຽງຂວາງ