2 ອ້າຍນ້ອງນັກເຕະເຍົາວະຊົນລາວ ໄທເກີ-ບຽວເກດ ຊ່ວຍ Fut boys ຄວ້າແຊ້ມ ອບຈ.ຊົນບຸຣີ ຄັບ

51

2 ອ້າຍນ້ອງນັກເຕະເຍົາວະຊົນລາວກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ແລະ ທ້າວ ອານຸສັກ ວິໄລກຸນ ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 8 ປີ ຜົນງານຫຼ້າສຸດວັນທີ 12 ກຸມພາ 2023 ໄປຫຼິ້ນກັບສະໂມສອນເຍົາວະຊົ ນຈາກໄທກໍຄື Fut boys ໃນຮຸ່ນອາຍຸບໍ່ເກີນ 11 ປີພາທີມຄວ້າແຊັມລາຍການ ອບຈ.ຊົນບຸຣີ ຄັບ 2023.

ການແຂ່ງຂັນບານເຕະລາຍການ ອບຈ.ຊົນບຸຣີ ຄັບ 2023 ໃນຮຸ່ນອາຍຸບໍ່ເກີນ 11 ປີຄັ້ງນີ້ແມ່ນຮອບຄັດເລືອກ ຄັ້ງທີ 4 ລະຫວ່າງວັນທີ 11-12 ກຸມພາ 2023 ທີ່ຈັງຫວັດຊົນບຸຣີ ປະເທດໄທ ເຊິ່ງມີ 24 ທີມເຂົ້າຮ່ວມແຂ່ງຂັນ ໂດຍທີມທີ່ໄດ້ແຊັມຮອບນີ້ຈະໄດ້ສິດໄປແຂ່ງຂັນໃນລາຍການໃຫຍ່ ແຊັມຊົນແຊັມ ທີ່ຈະຈັດຂຶ້ນໃນເດືອນມີນາ 2023 ຕໍ່ໄປ, ສ່ວນ ໄທເກີ ອາຍຸ 10 ປີ ແລະ ບຽວເກດ ອາຍຸ 7 ປີ ແມ່ນ 2 ອ້າຍນ້ອງນັກເຕະເຍົາວະຊົນລາວ ທີ່ມີຜົນງານໂດດເດັ່ນຈິ່ງຖືກສະໂມສອນຈາກໄທຢ່າງ Fut boys ຢືມຕົວໄປຮ່ວມທີມ ມາຕັ້ງແຕ່ປີ 2022.

ຜ່ານການແຂ່ງຂັນປາກົດວ່າ: ໄທເກີ ເປັນຕົວຫຼັກ ພາສະໂມສອນ Fut boys ເອົາຊະນະ 2 ນັດລວດໃນຮອບຄັດເລືອກແບບສະບາຍໆ ຜ່ານເຂົ້າຮອບ 2 ກໍສາມາດເອົາຊະນະ Clie Pink ຂາດລອຍ 3-0 ກ່ອນຜ່ານເຂົ້າຮອບ 4 ທີມສຸດທ້າຍກໍສາມາດເອົາຊະນະ ເຕົ້າຫູ້ໄຂ່ ແມ່ແລະລູກ ເຮັດໃຫ້ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ກອງທັບໄທ ແລະ Fut boys ກໍຍັງໂດດເດັ່ນເອົາຊະນະໄປຂາດລອຍ 4-1 ຄວ້າແຊັມໄປຄອງ.
ຂ່າວ: Larh Creators