ບົດວິໄຈຊີ້ ຂີ້ເຫຍື້ອພລາສຕິກ ເພີ່ມຂຶ້ນ 6 ລ້ານໂຕນຕໍ່ປີ

27

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບົດວິໄຈຂອງນິວຊີແລນ ໄດ້ເຜີຍແຜ່ເມື່ອບໍ່ດົນມານີ້ ຊີ້ໃຫ້ເຫັນວ່າ ການຜະລິດພລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ໄດ້ກໍ່ມົນລະພິດເພີ່ມຂຶ້ນ 6 ລ້ານໂຕນຕໍ່ປີ ( ປີ 2019 – 2021 ) ເຖິງວ່າທົ່ວໂລກຈະມີລະບຽບຄວບຄຸມຢ່າງເຂັ້ມງວດກໍຕາມ.

ไม่มีคำอธิบายรูปภาพ

ລາຍງານລະບຸວ່າ: ພລາສຕິກແບບໃຊ້ຄັ້ງດຽວ ເປັນໄພຄຸກຄາມດ້ານສິ່ງແວດລ້ອມໂລກ ໂດຍມີຂີ້ເຫຍື້ອພລາສຕິກຈຳນວນຫຼວງຫຼາຍຖືກຖິ້ມໂດຍບໍ່ໄດ້ບຳບັດ ຫຼື ຖືກຖິ້ມລົງແມ່ນ້ຳ ແລະ ມະຫາສະໝຸດ, ອີກທັງຂະບວນການຜະລິດຍັງເປັນແຫຼ່ງປ່ອຍອາຍພິດເຮືອນແກ້ວທີ່ກໍ່ໃຫ້ເກີດພາວະໂລກຮ້ອນນໍາອີກ.

อาจเป็นรูปภาพของ 1 คน

ນັກວິໄຈ ລະບຸວ່າ: ພລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ປະມານ 137 ລ້ານໂຕນ ຜະລິດຈາກເຊື້ອເພີງຟອສຊີລ ໃນປີ 2021 ແລະ ຄາດວ່າຈະເພີ່ມຂຶ້ນອີກປະມານ 17 ລ້ານໂຕນພາຍໃນປີ 2027.