ມອບ-ຮັບ ການຕໍ່ເຕີມສະຖານທີ່ບໍລິການ ສຸຂະພາບ ແມ່ ແລະເດັກ ໂຮງໝໍແຂວງໄຊຍະບູລີ

90

ໃນຕອນເຊົ້າຂອງວັນທີ 30 ມັງກອນ 2023 ທີ່ໂຮງໝໍແຂວງໄຊຍະບູລີ ຈັດພິທີ ມອບ-ຮັບ ການຕໍ່ເຕີມສະຖານທີ່ບໍລິການ ສຸຂະພາບ ແມ່ ແລະ ເດັກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໄຊຍະບູລີ, ມີຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຕາງໜ້າບໍລິສັດ 99 ໂຊລູຊັນ ເທັກໂນໂລຢີ ຈໍາກັດ, ຜູ້ອໍານວຍການໂຮງໝໍ, ຫົວໜ້າຂະແໜງການພາຍໃນພະແນກສາທາລະນະສຸກແຂວງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ພ້ອມດ້ວຍພະນັກງານ ແມ່ ແລະ ເດັກ ຂອງໂຮງໝໍແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ດຣ ຄູນສະຫວັດ ເສນາພັນ ຜູ້ອໍານວຍການໂຮງໝໍແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຄວາມເປັນມາຂອງການກໍ່ສ້າງ-ຕໍ່ເຕີມ ສະຖານທີ່ບໍລິການ ແມ່ ແລະ ເດັກ ເຊິ່ງບາງຕອນທ່ານ ໄດ້ກ່າວວ່າ: ໂຮງໝໍແຂວງໄຊຍະບູລີແຫ່ງນີ້ ໄດ້ສ້າງຂຶ້ນເມື່ອປີ 1973 ແລະ ເປີດການນໍາໃຊ້ ນັບແຕ່ປີ 1974 ເປັນຕົ້ນມາ ຮອດປະຈຸບັນ ເປັນເວລາ ເກືອບ 49 ປີ, ເປັນອາຄານຊັ້ນດຽວ, ຫຼັງດຽວ ຂະຫຍາຍອອກໄປໃນ 4 ທິດທາງ ທີ່ເປັນບໍລິການປິ່ນປົວຄົນເຈັບ ໃນທຸກພະຍາດໃນໄລຍະນັ້ນ, ຊຶ່ງໄດ້ປະກອບ ມີ 65 ຕຽງນອນ, ຈໍານວນບຸກຄະລາກອນ ແພດທັງໝົດ 45 ຄົນ ພາຍຫຼັງປົດປ່ອຍຊາດ ພາຍໃຕ້ການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ ຂອງພວກເຮົາ ແມ່ນໄດ້ເອົາໃຈໃສ່ບັນຫາດ້ານສະພາບສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍຖືເອົາການກັນພະຍາດເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສົ່ງເສີມສຸຂະພາບເປັນບັນຫາສໍາຄັນ.

ດັ່ງນັ້ນ ການຂະຫຍາຍສະຖານທີ່ບໍລິການໃນແຕ່ລະປີ ແມ່ນເປັນສິ່ງຈໍາເປັນເພື່ອໃຫ້ສົມຄູ່ກັບຈໍານວນການເພິ່ມຂຶ້ນຂອງຜູ້ມາໃຊ້ບໍລິການທັງພາຍໃນເມືອງໄຊຍະບູລີ ແລະ ພາຍໃນແຂວງ ແລະ ລວມທັງຜູ້ມາໃຊ້ບໍລິການຈາກຕ່າງແຂວງ ໂດຍສະເພາະ ແມ່ນເມືອງໃກ້ຄຽງຂອງແຂວງຫຼວງພະບາງ. ຈາກການເກັບກໍາດ້ານສະຖິຕິຂອງຜູ້ມາໃຊ້ບໍລິການແລ້ວ ນັບມື້ ນັບເພິ່ມຂຶ້ນ ໃນແຕ່ລະປີ ສະນັ້ນ ທາງຄະນະພັກ, ຄະນະອໍານວຍການໂຮງໝໍຂອງພວກເຮົາມີແຜນເພື່ອປັບປຸງ-ຕໍ່ເຕີມ ສະຖານທີ່ດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນເຂົ້າໃນການປັບປຸງ-ຕໍ່ເຕີມ ຈາກບໍລິສັດ ແລະ ຫ້າງຮ້ານ ດັ່ງນີ້ ບໍລິສັດ 99 ໂຊລູຊັນ ເທັກໂນໂລຢີ ຈໍາກັດ 30,000,000 ກີບ , ທ່ານ ສອນ ສິດທິໄຊ 17,000,000 ກີບ , ທ່ານ ບຸນເພັງ ສຸລິຍານົນ 3,000,000 ກີບ ; ລວມມູນຄ່າ 50,000,000 ກີບ ນອກນັ້ນ ແມ່ນໂຮງໝໍແຂວງໄຊຍະບູລີປະກອບສ່ວນ 4,257,000 ກີບ ລວມມູນຄ່າ ທັງໝົດ 54,257,000 ກີບ. ພາຍຫຼັງໂຮງໝໍແຂວງຂອງພວດເຮົາໄດ້ຮັບທຶນຈໍານວນດັ່ງກ່າວກໍ່ແມ່ນຮີບຮ້ອນລົງມືດໍາເນີນການປັບປຸງ-ຕໍ່ເຕີມສະຖານທີ່ດັ່ງກ່າວ ໄປຕາມແບບແຜນຜັງຂອງການຕໍ່ເຕີມ.

ຫຼັງຄາອາລູຊິງ ແລະ ເທພື້ນ, ປູກາໂລ ຄວາມຍາວ 12 ແມັດ, ກວ້າງ 06 ແມັດ, ສູງ 04 ແມັດ ຊຶ່ງການລົງມືປັບປຸງ-ຕໍ່ເຕີມ ແມ່ນໄດ້ເລີ່ມແຕ່ວັນທີ 5 ພະຈິກ 2022 ແລະ ສໍາເລັດ 100% ໃນວັນທີ 15 ພະຈິກ 2022 ພາຍຫຼັງສໍາເລັດການດໍາເນີນການປັງປຸງ-ຕໍ່ເຕີມ ແລະ ເປີດບໍລິການນໍາໃຊ້ ຈົນເຖິງປະຈຸບັນການບໍລິການແມ່-ເດັກ ດັ່ງກ່າວ ແມ່ນເປັນລະບົບ, ລະບຽບດີ ປາສະຈາກຄວາມແອອັດຢູ່ໃນຫ້ອງບໍລິການຄືເມື່ອກ່ອນ ມີຄວາມສະດວກ, ຄ່ອງຕົວ ແລະ ວ່ອງໄວ ຮັກສາໄລຍະຫ່າງເພື່ອປ້ອງກັນການຕິດເຊື້ອພະຍາດ ໂຄວິດ 19 ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ການຕໍ່ເຕີມ ສະຖານທີ່ດັ່ງກ່າວແມ່ນສອດຄ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ.

ຈາກນັ້ນ ທ່ານ ສອນ ສິດທິໄຊ ຕາງໜ້າບໍລິສັດ 99 ໂຊລູຊັນ ເທັກໂນໂລຢີ ຈໍາກັດ ກໍ່ໄດ້ຂຶ້ນມີຄໍາເຫັນ ແລະ ກ່າວມອບສະຖານທີ່ບໍລິການ ແມ່ ແລະ ເດັກ ໃຫ້ແກ່ໂຮງໝໍແຂວງ. ພ້ອມດຽວກັນນີ້ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ກໍ່ຍັງໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ບໍລິສັດ 99 ໂຊລູຊັນ ເທັກໂນໂລຊີ ຈໍາກັດ ທີ່ໄດ້ປະກອບສ່ວນເຂົ້າໃນການຕໍ່ເຕີມອາຄານດັ່ງກ່າວຕື່ມອີກ.

ຂ່າວ+ພາບ: ຄໍາໝັ້ນ