ສປຊ ເນັ້ນ 6 ແຜນວຽກໃຫຍ່ຈຸດສຸມປະຈຳປີນີ້

9

ຕາມຂ່າວ CRI ລາຍງານວ່າ: ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດ ( ສປຊ ) ຄັ້ງທີ 77 ຈັດຂຶ້ນໃນວັນທີ 6 ກຸມພາ   2023, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ໄດ້ກຳນົດເອົາ 6 ແຜນວຽກໃຫຍ່ຈຸດສຸມສຳລັບປີ 2023, ພ້ອມທັງຮຽກຮ້ອງໃຫ້ປະລະການເຄື່ອນໄຫວທີ່ເຫັນແກ່ຜົນປະໂຫຍດໃນໄລຍະສັ້ນ.

อาจเป็นรูปภาพของ 1 คน

ສຳລັບ 6 ແຜນວຽກຈຸດສຸມດັ່ງກ່າວ ລວມມີ: ຮັບປະກັນສິດຊົມໃຊ້ສັນຕິພາບ,ຮັບປະກັນສິດ ເສດຖະກິດ – ສັງຄົມ ແລະ ສິດການພັດທະນາ,ຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາແບບຍືນຍົງ,ເຄົາລົບຄວາມຫຼາກຫຼາຍ,ຄວາມສະເໝີພາບທາງເພດ ພ້ອມດ້ວຍການສ້າງສັງຄົມແບບກວມລວມ.

อาจเป็นรูปภาพของ 1 คน

ທ່ານ ກູເຕີ ເຣສ ກ່າວຕື່ມວ່າ: ປີ 2023 ໂລກກຳລັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ, ການປະທະກັນຍັງບໍ່ມີທ່າທີວ່າຈະຢຸດຕິລົງ, ວິກິດການດ້ານດິນຟ້າອາກາດໄດ້ສືບຕໍ່ເປັນບັນຫາທ້າທາຍ, ຊ່ອງວ່າງລະຫວ່າງຄວາມທຸກຍາກ ແລະ ຄວາມຮັ່ງ ແຕກໂຕນກັນຫຼາຍຂຶ້ນ, ຄວາມເຫັນທີ່ແຕກຕ່າງກັນອັນໃຫຍ່ຫຼວງ ທາງດ້ານພູມສາດການເມືອງກຳລັງທຳລາຍຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງໂລກ, ຕ້ອງດັດແກ້ເສັ້ນທາງໃຫ້ຖືກຕ້ອງ ເພື່ອເດີນອອກຈາກສະພາບຈົນຕາແຈ ດັ່ງກ່າວນີ້.