ຟີລິບປິນ ກຽມຄືນອາກອນມູນຄ່າເພີ່ມໃຫ້ນັກທ່ອງທ່ຽວ

26

ສຳນັກຂ່າວຣອຍເຕີ ລາຍງານວ່າ: ສຳນັກງານປະຊາສຳພັນ ( PCO ) ຂອງປະທານາທິບໍດີຟີລິບປິນ ເປີດເຜີຍວ່າ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີຟີລິບປິນ ໄດ້ອະນຸມັດໂຄງການຄືນອາກອນມູນຄ່າເພີ່ມ ( VAT ) ໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດໃນປີ 2024 ຫວັງດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາຟີລິບປິນເພີ່ມຂຶ້ນ.

อาจเป็นรูปภาพของ มหาสมุทร

ໂຄງການດັ່ງກ່າວ ເປັນການຄືນອາກອນມູນຄ່າເພີ່ມໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ທີ່ຊື້ສິນຄ້າໃນຟີລິບປິນແລ້ວຖືກັບປະເທດ, ທັງນີ້ ປັດຈຸບັນຟີລິບປິນ ໄດ້ເກັບອາກອນມູນຄ່າເພີ່ມຈາກສິນຄ້າພາຍໃນປະເທດປະມານ 12%.

ລາຍງານລະບຸວ່າ: ມາດຕະການດັ່ງກ່າວ ເປັນໜຶ່ງໃນຂໍ້ສະເໜີຂອງສະພາທີ່ປຶກສາຂອງພາກເອກະຊົນທີ່ໄດ້ສະເໜີຕໍ່ຜູ້ນຳຟີລິບປິນ ເມື່ອບໍ່ດົນມານີ້ ເພື່ອກະຕຸ້ນອຸດສາຫະກຳການທ່ອງທ່ຽວ, ນອກຈາກນີ້ ຟີລິບປິນ ຍັງອະນຸມັດການອອກວີຊ່າອອນລາຍໃຫ້ແກ່ນັກທ່ອງທ່ຽວຈາກຈີນ, ອິນເດຍ, ສ.ເກົາຫຼີ  ແລະ ຍີ່ປຸ່ນ ໃນປີ 2023 ນີ້.

ไม่มีคำอธิบายรูปภาพ

ກະຊວງການທ່ອງທ່ຽວຂອງຟີລິບປິນ ເປີດເຜີຍວ່າ: ໃນປີ 2022 ມີນັກທ່ອງທ່ຽວຕ່າງປະເທດເຂົ້າຟີລິບປິນ ປະມານ 2,65 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ປະເທດປະມານ 3.680 ໂດລາສະຫະລັດ ເຊິ່ງສູງກວ່າທີ່ຄາດການໄວ້ ໂດຍຄາດການໄວ້ວ່າຈະຢູ່ທີ່ປະມານ 1,7 ລ້ານເທື່ອຄົນ, ແຕ່ຕົວເລກດັ່ງກ່າວ ຍັງຕ່ຳກວ່າກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ມີນັກທ່ອງທ່ຽວເຂົ້າຟີລິບປິນ ປະມານ 8,26 ລ້ານເທື່ອຄົນ ໃນປີ 2019.