ເປີດແລ້ວຕະຫຼາດນັດ ງານເທດສະການດອກງິ້ວບານ ທີ່ດອນຊາວ ເມືອງຕົ້ນເຜິ້ງ 25-29 ມັງກອນ

158

ເປີດແລ້ວຕະຫຼາດນັດ ງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ທີ່ດອນຊາວ ເຂດເສດຖະກິດພິເສດ 3ຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຂໍເຊີນຊວນ ທຸກທ່ານມາທ່ຽວຊົມໃນງານໄດ້ເດີ ເທດສະການດອກງິ້ວບານ ເລີ່ມແຕ່ວັນທີ 25-29 ມັງກອນ 2023 ນີ້ງານປີນີ້ຈັດໃຫຍ່ມີຫຼາຍກິດຈະການໜ້າສົນໃຈ ຫຼັງຈາກບໍ່ໄດ້ຈັດມາ3 ປີ ຍ້ອນການລະບາດຂອງພະຍາດໂຄວິດ-19.

ພາຍໃນງານເທດສະການດອກງິ້ວບານຄັ້ງທີ 20 ປະຈຳປີ 2023 ຈະມີການປະກວດນາງງາມຢູ່ 2 ປະເພດຄື: ປະກວດນາງສາວດອກງີ້ວບານ ຊິງເງິນລາງວັນລວມ 160 ລ້ານກີບ ແລະ ປະກວດນາງສາວທ່ອງທ່ຽວລາວ ຊິງເງິນລາງວັນລວມ 300  ລ້ານ ກີບ.

ນອກນັ້ນ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັນ: ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ, ກິດຈະກຳປ່ອຍໂຄມໄຟ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.

ພ້ອມດຽວກັນນັ້ນຍັງຈະມີພິທີທົດລອງເປີດໃຫ້ບໍລິການຂອງ ໂຮງແຮມດາວດອກງິ້ວຄຳ, ພິທີທົດລອງໃຫ້ບໍລິການສະໜາມຝຶກຊ້ອມກ໊ອຟ ທີ່ຣີສອດສະໜາມກ໊ອຟສາກົນພູກິ່ວລົມ.

ນອກຈາກນັ້ນຍັງຈະໄດ້ຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີ່ມການທ່ອງທ່ຽວ ແລະ ວັດທະນະທໍາ.

.

.

.

.

.