ໂຮງແຮມອະນັນຕະ ຫຼວງພະບາງ ເປີດໃຫ້ບໍລິການສາຂາ 3 ຮອງຮັບນັກທ່ອງທ່ຽວທີ່ເພີ່ມຂຶ້ນ

101

ປັດຈຸບັນຍາກາດການທ່ອງທ່ຽວຢູ່ແຂວງຫຼວງພະບາງ ແມ່ນຄືກຄືນເຕັມແໜ້ນໄປດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຂະນະທີ່ເຮືອພັກ, ໂຮງແຮມ ສ່ວນໃຫຍ່ແມ່ນຖືກຈອງຫ້ອງເກືອບເຕັມໃນແຕ່ລະວັນ ເນື່ອງຈາກຫຼວງພະບາງເປັນເມືອງມໍຣະດົກໂລກ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ.

ເພື່ອເປັນການຮອງຮັບນັກທ່ອງທ່ຽວເຂົ້າຫຼວງພະບາງທີ່ນັບມື້ນັບເພີ່ມຂຶ້ນ ໂຮງແຮມອະນັນຕະ ຫຼວງພະບາງ (ANANTA Luang Prabang) ໄດ້ເປີດບໍລິການສາຂາ 3 ຂຶ້ນໃນວັນທີ 22 ມັງກອນ 2023 ຜ່ານມາ ທີ່ບ້ານວັດໜອງ ນະຄອນ ຫຼວງພະບາງ ໄດ້ຮັບກຽດເຂົ້າຮ່ວມຕັດແຖບຜ້າເປີດໂດຍຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ທ່ານ ມີໄຊ ຄຳບຸນເຮືອງ ເຈົ້າຂອງໂຮງແຮມອະນັນຕະ, ທ່ານ ນາງ ກັນນີຊາ ທະນະວໍຣະນັນກຸນ ຫຸ້ນສ່ວນ ພ້ອມດ້ວຍຄູ່ຮ່ວມທຸລະກິດ, ຍາດພີ່ນ້ອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມີໄຊ ຄຳບຸນເຮືອງ ເຈົ້າຂອງໂຮງແຮມອະນັນຕະ ກ່າວວ່າ: ອະນັນຕະ ສ້າງຂຶ້ນຕັ້ງແຕ່ປີ 2016, ມາປີ 2021 ຕົນເອງໄດ້ເຂົ້າມາບໍລິຫານແທນ ໂດຍໄດ້ປ່ຽນຊື່ຈາກ ວິລາ ອະນັນຕະ ເປັນ ອະນັນຕະ ຫຼວງພະບາງ ເຊິ່ງຫຼັງຈາກຜ່ານມາ 6-7 ເດືອນ ລັດຖະບານປະເທດລາວເຮົາ ກໍໄດ້ມີການເປີດປະເທດຮັບເອົານັກທ່ອງທ່ຽວອີກຄັ້ງ ພາຍຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ແລະ ໄດ້ມີການຂະຫຍາຍສາຂາ 2 ພ້ອມທັງໃຊ້ເວລາບໍ່ດົນ ກໍໄດ້ຂະຫຍາຍສາຂາ 3 ເກີດຂຶ້ນ ເຊິ່ງເຫດຜົນທີ່ຂະຫຍາຍທຸລະກິດໂຮງແຮມຢູ່ຫຼວງພະບາງ ເພາະເຫັນວ່າປັດຈຸບັນທຸລະກິດການໂຮງແຮມແມ່ນໄປໄດ້ດີຫຼາຍ, ມີລູກຄ້າເຂົ້າມາໃຊ້ບໍລິການບໍ່ຂາດ, ບໍ່ວ່າຈະເປັນແຂກນັກທ່ອງທ່ຽວຕ່າງປະເທດ ລວມທັງຊາວລາວເຮົາເອງ ກໍກຳລັງຫຼັ່ງໄຫຼ່ເຂົ້າມາພັກຜ່ອນຍ່ອນໃຈທີ່ຫຼວງພະບາງ.

ທ່ານໃຫ້ຮູ້ຕື່ມວ່າ: ເຫດຜົນທີ່ແຂກນັກທ່ອງທ່ຽວນິຍົມພັກຢູ່ໂຮງແຮມຕົນເອງນັ້ນ ແມ່ນສະຖານທີ່ຕັ້ງຢູ່ຈຸດໃຈກາງເມືອງຫຼວງພະບາງ, ໃກ້ຈຸດທ່ອງທ່ຽວສຳຄັນ ແລະ ສິ່ງທີ່ສຳຄັນໄປກວ່ານັ້ນຄື ຄຸນນະພາບຂອງໂຮງແຮມ, ການບໍລິການ ແລະ ລາຄາສົມເຫດສົມຜົນ.

ນອກຈາກນີ້, ການເຮັດທຸລະກິດນີ້ ເພີ່ນຍັງຢາກສົ່ງເສີມການທ່ອງທ່ຽວລາວເຮົາ ພ້ອມທັງເປັນການສ້າງສະຖານທີ່ບໍລິການຮອງຮັບນັກທ່ອງທ່ຽວທີ່ຫຼັ່ງໄຫຼເຂົ້າມາທ່ຽວແຂວງຫຼວງບາງ ນັບມື້ນັບເພີ່ມຂຶ້ນນຳອີກ ແລະ ປະຈຸບັນທາງໂຮງແຮມອະນັນຕະທັງ 3 ສາລາ ມີຫ້ອງທັງໝົດ 49 ຫ້ອງ. ໃນນີ້, ສາຂາ 3 ທີ່ເປີດໃໝ່ມີ 16 ຫ້ອງ ເຊິ່ງສາມາດສ້າງວຽກເຮັດງານທຳໃຫ້ຄົນລາວ 30 ຕຳແໜ່ງງານ.

ໂອກາດດັ່ງກ່າວ, ທ່ານ ບຸນເຫຼື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວສະແດງຄວາມຊົມເຊີຍ ເຈົ້າຂອງກິດຈະການ ແລະ ຄະນະ ທີ່ໄດ້ເປີດບໍລິການໂຮງແຮມໃນຄັ້ງນີ້ ເພື່ອເປັນການຮອງຮັບແຂກນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ຽວຫຼວງພະບາງ ເຊິ່ງໃນປີ 2023 ນີ້ ພາກລັດ ກໍຄືພາກທຸລະກິດ ໄດ້ມີການກະກຽມຄວາມພ້ອມຮອງຮັບແຂກທ່ອງທ່ຽວຊາວເອີຣົບ ແລະ ເພື່ອນບ້ານໃກ້ຄຽງທີ່ຈະມາທ່ຽວຢູ່ຫຼວງພະບາງ ໂດຍຄາດຄະເນວ່າຈະມີນັກທ່ອງທ່ຽວມາທ່ຽວຫຼາຍ ເພາະດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ຫຼວງພະບາງເປັນເມືອງມໍຣະດົກໂລກ ທີ່ອົງການອຸຍເນັດໂກ ໄດ້ຮັບຮອງເອົາມາເປັນເວລາ 20 ກວ່າປີ (ທັນວາ 1995) ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນນະຄອນ ຫຼວງພະບາງ ຍັງເປັນສະເໜ່ຂອງແຂກຄົນ ກໍຄືນັກທ່ອງທ່ຽວ.

ຂ່າວ-ພາບ: ສັນຕິ