ຫວຽດນາມ ມີໂອກາດກ້າວຂຶ້ນເປັນສູນກາງການຜະລິດອຸດສາຫະກຳຂອງອາຊີ

36

ເວັບໄຊ stattimes.com ລາຍງານວ່າ ຫວຽດນາມ ມີໂອກາດກາຍເປັນສູນກາງເຕັກໂນໂລຊີ ເພື່ອການພັດທະນາຢູ່ອາ ຊີ, ພິເສດແມ່ນກ່ຽວກັບເຕັກໂນໂລຊີ ແລະ ການຕັດຫຍິບ. ຂະນະທີ່ພາກພື້ນອາຊີ ກຳລັງຟື້ນຟູ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19, ແຕ່ພື້ນຖານເສດຖະກິດ ຫວຽດນາມ ໄດ້ພັດທະນາຢ່າງມີຄຸນນະພາບ ເຊິ່ງໃນປີ 2022 ເສດຖະກິດຫວຽດນາມເຕີບໂຕ 8,02%, ສູງກວ່າປະເທດອື່ນໃນອາຊີ.

อาจเป็นรูปภาพของ 1 คน และ สถานที่ในร่ม

ໃນຂະນະທີ່ມູນຄ່າການສົ່ງອອກບັນລຸ 372 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021, ໃນຂະນະດຽວກັນອຸດສາຫະກຳການຜະລິດຢູ່ຫວຽດນາມ ຂະຫຍາຍຕົວຢ່າງໄວວາ ເນື່ອງຈາກນັກລົງທຶນຕ່າງປະເທດຍ້າຍຖານການຜະລິດເຂົ້າສູ່ຫວຽດນາມເພີ່ມຂຶ້ນ ໂດຍນະໂຍບາຍການລົງທຶນຂອງລັດຖະບານ, ຕະຫຼອດຮອດສີມືແຮງງານ ແລະ ຄ່າແຮງງານຍັງຕ່ຳເມື່ອທຽບກັບປະເທດອື່ນ ສິ່ງດັ່ງກ່າວນີ້ໄດ້ດຶງດູດການລົງທຶນສູ່ຫວຽດນາມເພີ່ມຂຶ້ນ, ນອກຈາກນີ້ ຫວຽດນາມ ຍັງມີພື້ນຖານໂຄງລ່າງແຂງແກ່ນ ບວກກັບທີ່ຕັ້ງຍຸດທະສາດ ເຊິ່ງຕັ້ງຢູ່ລຽບຕາມຝັ່ງທະເລມີລວງຍາວ 3.200 ກິໂລແມັດ, ຫວຽດນາມ ກາຍເປັນສະຖານທີ່ຂົນສົ່ງສິນຄ້າຢ່າງມີປະສິດທິຜົນ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม