ເກີດເຫດເຮືອບິນຕົກຢູ່ເນປານ ມີຜູ້ເສຍຊີວິດ 67 ຄົນ

33

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເຮືອບິນໂດຍສານຂອງສາຍການບິນ ເຢຕິ ແອລາຍ (Yeti Airlines) ຂອງເນປານ ເກີດອຸບັດເຫດ ຕົກລົງໃສ່ພູ ເຊຕິ (Seti) ທີ່ຢູ່ຫ່າງຈາກ ສະໜາມບິນໂພຄາຣາ (Pokhara )  ພຽງ 2 ກິໂລແມັດ, ຂະນະທີ່ ພະຍາຍາມລົງຈອດ ທີ່ສະໜາມບິນ ໃນເມືອງໂພຄາຣາ ເຮັດໃຫ້ມີ ຜູ້ເສຍຊີວິດ 67 ຄົນ, ຈາກຜູ້ໂດຍສານທັງໝົດ 68 ຄົນ ພ້ອມຈຸບິນອີກ 4 ຄົນ ເຊິ່ງເປັນເຮືອບິນ ລຸ້ນ ATR-72 ແບບໃບພັດ 2 ເຄື່ອງຈັກ ລຸ້ນ 9N ANC.

May be an image of 3 people, people standing, outdoors and text that says 'FIRE ARE FIRE'

ທັງນີ້ ຈຳນວນຜູ້ໂດຍສານ ມີຊາວເນປານ 53 ຄົນ, ຊາວຕ່າງປະເທດ 15 ຄົນ ລວມມີ: ຊາວອິນເດຍ 5 ຄົນ, ຣັດເຊຍ 4, ສ.ເກົາຫຼີ 2 ຄົນ, ອົດສະຕຣາລີ, ອຽກລັງ, ອາກຊັງຕິນ ແລະ ຝຣັ່ງ ສັນຊາດລະ 1 ຄົນ. ປັດຈຸບັນເຈົ້າໜ້າທີ່ກູ້ໄພກຳລັງຊອກຫາຜູ້ສູນຫາຍອີກ 1 ຄົນ ແລະ ເກັບກູ້ເອົາຊາກເຮືອບິນ ໃນຈຸດເກີດເຫດຢ່າງຮີບດ່ວນ ເຊິ່ງເປັນເຫດການຄັ້ງຮຸນແຮງທີ່ສຸດ ໃນຮອບ 30 ປີຂອງເນປານ.

May be an image of 6 people and outdoors