ລະດົມເງິນຊ່ວຍປາກິດສະຖານ ທະລຸ 9 ພັນລ້ານໂດລາ

23

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງປະຊຸມ ເພື່ອລະດົມເງິນຊ່ວຍເຫຼືອປາກິດສະຖານ ທີ່ປະສົບກັບອຸທົກກະໄພຄັ້ງຮຸນແຮງ ເມື່ອປີ 2022 ຈັດຂຶ້ນເມື່ອວັນທີ 9 ມັງກອນຜ່ານມາ ທີ່ປະເທດສະວິດເຊີແລນ ໂດຍມີປະເທດຕ່າງໆໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອປາກິດສະຖານ ເຖິງ 9 ພັນລ້ານໂດລາສະຫະລັດ.

May be an image of 10 people, child, people standing, people walking, people sitting and outdoors

ທ່ານ ບີລາວັລ ບຸດໂຕ ລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານ ກ່າວວ່າ: ການປ່ຽນແປງຂອງສະພາບດິນຟ້າອາກາດ ສົ່ງຜົນໃຫ້ເກີດນ້ຳຖ້ວມປາກິດສະຖານຄັ້ງຮຸນແຮງທີ່ສຸດໃນປະຫວັດການ, ປະຊາຊົນ 1/3 ຂອງປະເທດຕ້ອງດຳລົງຊີວິດທ່າມກາງນ້ຳຖ້ວມເປັນເວລາຫຼາຍເດືອນ, ແນວໃດກໍຕາມ ກອງປະຊຸມຄັ້ງນີ້ໄດ້ມີຫຼາຍປະເທດໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອປາກິດສະຖານ ລວມມູນຄ່າຫຼາຍສົມຄວນ, ແຕ່ກໍຍັງບໍ່ພຽງພໍສຳລັບການຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຂະນະນີ້ ປາກິດສະຖານ ກຳລັງເລັ່ງຟື້ນຟູໂຄງລ່າງພື້ນຖານ ໂດຍສະເພາະເຂດຊົນນະບົດ ເພື່ອໃຫ້ເສດຖະກິດຂອງປະເທດກັບມາຂະຫຍາຍຕົວອີກຄັ້ງ.

ໃນຂະນະດຽວກັນ, ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ( ສປຊ ) ໄດ້ຮຽກຮ້ອງໃຫ້ມີການລົງທຶນຂະໜາດ  ໃຫຍ່ ເພື່ອຊ່ວຍໃຫ້ປາກິດສະຖານຟື້ນຕົວຈາກມະຫາອຸທົກກະໄພ, ພ້ອມທັງຢ້ຳວ່າ ປາກິດສະຖານ ຕ້ອງການຄວາມຊ່ວຍເຫຼືອມູນຄ່າມະຫາສານ.

ທັງນີ້, ປາກິດສະຖານ ມີປະຊາກອນຫຼາຍເປັນອັນດັບ 5 ຂອງໂລກ ແຕ່ປ່ອຍອາຍພິດເຮືອນແກ້ວບໍ່ເຖິງ 1% ຂອງໂລກ ແຕ່ຊ້ຳຜັດກາຍເປັນໜຶ່ງໃນປະເທດທີ່ມີຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດໂລກຫຼາຍທີ່ສຸດ.

May be an image of 7 people, people sitting and outdoors

ສຳລັບຂອບການຟື້ນຟູ ປາກິດສະຖານ ທີ່ສະເໜີຕໍ່ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ແລະ ສປຊ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກມອບເງິນຊ່ວຍເຫຼືອປາກິດສະຖານ ປະມານ 16,3 ຕື້ໂດລາສະຫະລັດ ໃນອີກ 3 ປີຂ້າງໜ້າ ເພື່ອຟື້ນຟູປະເທດ ແລະ ພັດທະນາຂີດຄວາມສາມາດໃນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດໃນອະນາຄົດ ແລະ ໃນກອງປະຊຸມຄັ້ງນີ້ ມີຫຼາຍປະເທດໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອປາກິດສະຖານ ລວມມູນຄ່າປະມານ 9 ພັນລ້ານໂດລາສະຫະລັດ, ນອກຈາກນີ້ ທະນາຄານໂລກ ແລະ ທະນາຄານພັດທະນາພາກພື້ນຕ່າງໆກໍສັນຍາວ່າ ຈະໃຫ້ເງິນກູ້ມູນຄ່າຫຼາຍພັນລ້ານໂດລາແກ່ປາກິດສະຖານ.