ໄຂ້ຫວັດສັດປີກ ຍັງລະບາດໜັກໃນຍີ່ປຸ່ນ ຂ້າສັດປີກແລ້ວເກືອບ 10 ລ້ານໂຕ

50

ສຳນັກຂ່າວຊິນຫົວ ລາຍງານໃນວັນທີ 10 ມັງກອນ 2023 ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນລາຍງານ ນັບແຕ່ເກີດການລະບາດຂອງພະຍາດໄຂ້ຫວັດສັດປີກຮອບໃໝ່ເປັນຕົ້ນມາ ທາງການຂອງຍີ່ປຸ່ນ ໄດ້ຂ້າສັດປີກແລ້ວ 9,98 ລ້ານໂຕ ຖືວ່າເປັນສະຖິຕິສູງສຸດເປັນປະຫວັດການ.

May be an image of 1 person

ສຳລັບການແຜ່ລະບາດໄຂ້ຫວັດສັດປີກຮອບໃໝ່ຂອງຍີ່ປຸ່ນ ເກີດຂຶ້ນຕັ້ງແຕ່ເດືອນຕຸລາ 2022 ເປັນຕົ້ນມາ ໂດຍພົບການລະບາດໃນຟາມຢ່າງໜ້ອຍ 56 ແຫ່ງ ໃນ 23 ແຂວງທົ່ວປະເທດ, ຫຼ້າສຸດແມ່ນຟາມສັດປີກໃນເມືອງຊີໂຣຊາໂຕະ ແຂວງອິບາຣາກິ ເຊິ່ງເຈົ້າໜ້າທີ່ໄດ້ກຳຈັດໄກ່ໄປແລ້ວ 930.000 ໂຕ.

No photo description available.

ທັງນີ້, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແລະ ກະຊວງສາທາລະນະສຸກຂອງຍີ່ປຸ່ນ ໄດ້ເຕືອນປະຊາຊົນວ່າຍັງສາມາດບໍລິໂພກຊີ້ນສັດປີກໄດ້ຕາມປົກກະຕິ ແຕ່ຕ້ອງປຸງໃຫ້ສຸກເທົ່ານັ້ນ ຈຶ່ງສາມາດບໍລິໂພກໄດ້.