ນາຊາ ເຕືອນ ດາວທຽມເກົ່າອາຍຸເກືອບ 40 ປີ ໃກ້ຕົກລົງສູ່ພື້ນໂລກ

51

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການ ການບິນ ແລະ ອະວະກາດ ຂອງສະຫະລັດອາເມຣິກາ ( NASA ) ປະກາດວ່າ: ຊິ້ນສ່ວນຂອງດາວທຽມ ທີ່ໝົດອາຍຸການໃຊ້ງານກຳລັງຈະຕົກລົງສູ່ພື້ນໂລກ ແຕ່ມີຄວາມເປັນໄປໄດ້ຕໍ່າສຸດ ທີ່ເສດຊາກດາວທຽມ ເຫຼົ່ານັ້ນຈະຕົກໃສ່ປະຊາຊົນ ໂດຍຊິ້ນສ່ວນຂອງດາວທຽມ ມີນ້ຳໜັກ ປະມານ 2.450 ກິໂລກຣາມ ແຕ່ຊິ້ນສ່ວນສ່ວນຫຼາຍຈະຖືກເຜົາໄໝ້ໄປເສຍກ່ອນ ໃນຂະນະທີ່ຕົກທະລຸຊັ້ນບັນຍາກາດ ແຕ່ອາດມີຊິ້ນສ່ວນບາງອັນທີ່ໄໝ້ບໍ່ໝົດ ຕົກລົງສູ່ພື້ນໂລກ.

May be an image of sky

ສຳລັບຄວາມເປັນໄປໄດ້ທີ່ຊິ້ນສ່ວນຂອງດາວທຽມ ຈະຕົກລົງໃສ່ປະຊາຊົນ ແລະ ສ້າງຄວາມເສຍຫາຍ ຫຼື ບາດເຈັບນັ້ນ ຢູ່ໃນອັດຕາສ່ວນ 1 ໃນ 9.400 ເຊິ່ງເປັນດາວທຽມ Earth Radiation Budget Satellite ( ERBS ) ຖືກສົ່ງຂຶ້ນໄປໃນອະວະກາດ ໃນປີ 1984 ພ້ອມກັບກະສວຍອະວະກາດ Challenger ໂດຍມີພາລະກິດໃນການວັດແທກຄ່າ ໂອໂຊນ ລວມທັງການສຳຫຼວດຊັ້ນບັນຍາກາດ, ຊ່ວຍເຫຼືອໃນການສຶກສາຂະບວນການທີ່ໂລກໄດ້ຮັບ ແລະ ພະລັງງານຈາກແສງຕາເວັນ ລວມເວລາທີ່ຢູ່ໃນອະວະກາດ 38 ປີ.

May be an image of 1 person and outdoors