ກົມ SME ເຊັນສັນຍາສະໜອງທຶນເພີ່ມ ໃຫ້ 5 ທະນາຄານທຸລະກິດ

142

ທຸລະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວເປັນກຳລັງແຮງສຳຄັນໃນການຂັບເຄື່ອນເສດຖະກິດຂອງປະເທດ ແລະກະຈາຍລາຍຮັບສູ່ປະຊາຊົນດ້ວຍການສ້າງວຽກເຮັດງານທຳ ເຊິ່ງຖືເປັນຂົງເຂດທຸລະກິດທີ່ມີການຈ້າງງານຫຼາຍ ແຕ່ຫຼາຍຫົວໜ່ວຍທຸລະກິດແມານຍັງມີຄວາມຂາດແຄນດ້ານເງິນທຶນ ແລະເຂົ້າຫາບໍ່ງ່າຍປານໃດ.

May be an image of 6 people, people standing, people sitting, suit and indoor

ສະນັ້ນ ເພື່ອເປັນການສົ່ງເສີມບັນດາຫົວໜ່ວຍທຸລະກິດໃຫ້ມີທຶນຕໍ່ຍອດກິດຈະການ, ກົມ SME ຈິ່ງໄດ້ເຊັນສັນຍາເພີ່ມ ເພື່ອສະໜອງທຶນໃຫ້ 5 ທະນາຄານທຸລະກິດຕື່ມອີກຈຳນວນ 150 ຕື້ກີບ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ເຊິ່ງພິທີເຊັນສັນຍາສະໜອງທຶນດັ່ງກ່າວ ແມ່ນຈັດຂຶ້ນໃນວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ.

May be an image of 15 people and people standing
ພິທີເຊັນສັນຍາສະໜອງທຶນເພີ່ມໃຫ້ກັບ 5 ທະນາຄານທຸລະກິດພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 ຫຼື ໂຄງການ MSME A2F ESR ເຊິ່ງທະນາຄານທຸລະກິດທີ່ໄດ້ຮັບທຶນ ມີຄື: (1) ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ໄດ້ຮັບທຶນເພີ່ມຈຳນວນ 42 ຕື້ກີບ; (2) ທະນາຄານ ລາວ-ຈີນ ໄດ້ຮັບທຶນເພີ່ມຈຳນວນ 17 ຕື້ກີບ; (3) ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ໄດ້ຮັບທຶນເພີ່ມຈໍານວນ 25 ຕື້ກີບ; (4) ທະນາຄານ ມາຣູຮານເຈແປນ ລາວ ໄດ້ຮັບທຶນເພີ່ມຈຳນວນ 49 ຕື້ກີບ; ແລະ (5) ທະນາຄານ ຫວຽດຕິນ ລາວ ໄດ້ຮັບທຶນເພີ່ມຈຳນວນ 17 ຕື້ກີບ.

May be an image of 13 people and people standing
ການເຊັນສັນຍາສະໜອງທຶນຄັ້ງນີ້ ແມ່ນເປັນການເພີ່ມທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ເພື່ອນຳໄປປ່ອຍສິນເຊື່ອໃຫ້ ຈນກ ໃນຂະແໜງການຕ່າງໆ ໂດຍບໍ່ໄດ້ກໍານົດມີຂະແໜງບຸລິດມະສິດ ຄື: ຂະແໜງກະສິກຳ, ຂະແໜງອຸດສາຫະກຳປຸງແຕ່ງ, ຂະແໜງທ່ອງທ່ຽວ ແລະ ຂະແໜງຫັດຖະກຳ.

May be an image of 1 person, flower and indoor

ໂດຍການລົງນາມເຊັນສັນຍາໃນຄັ້ງນີ້ ແມ່ນລະຫວ່າງ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມ ກສວ ທັງເປັນຫົວໜ້າໂຄງການ ແລະ ຜູ້ອຳນວຍການ-ຮອງຜູ້ອຳນວຍການຈາກ 5 ທະນາຄານທຸລະກິດ.
ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານພິທີເຊັນສັນຍາຄັ້ງນີ້ ໂດຍ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີຜູ້ຕາງໜ້າເຂົ້າຮ່ວມເປັນສັກຂີພະຍານຈາກ ກະຊວງຂະ ແໜງການກ່ຽວຂ້ອງຂອງພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເຂົ້າຮ່ວມ.

May be an image of 15 people, people standing and indoor
ສຳລັບ ວິສາຫະກິດໃດທີ່ນອນໃນ 4 ຂະແໜງການດັ່ງກ່າວ ຫາກມີຄວາມສົນໃຈກູ້ຢືມເງິນບ້ວງດັ່ງກ່າວນີ້ ສາມາດປະສານກັບ 5 ທະນາຄານທຸລະກິດ ທີ່ກ່າວມາຂ້າງເທິງນັ້ນໄດ້ໂດຍກົງ.